spot_img
Homeຂ່າວຕ່າງປະເທດກຳປູເຈຍອອກຄຳສັ່ງຫ້າມໃຫ້ນັກຮຽນໃຊ້ໂທລະສັບໃນໂຮງຮຽນ

ກຳປູເຈຍອອກຄຳສັ່ງຫ້າມໃຫ້ນັກຮຽນໃຊ້ໂທລະສັບໃນໂຮງຮຽນ

Published on

ກະຊວງສຶກສາທິການກຳປູເຈຍ ໄດ້ອອກຄຳສັ່ງ ໃນວັນທີ 25 ຕຸລາ 2023 ທີ່ຜ່ານມານີ້ວ່າ: ຫ້າມໃຊ້ໂທລະສັບ ຫຼື ອຸປະກອນອີເລັກໂຕນິກ ເຊິ່ງບໍ່ໄດ້ກ່ຽວຂ້ອງກັບກິດຈະກຳການຮຽນຮູ້ພາຍໃນຫ້ອງຮຽນ ຫຼື ລະຫວ່າງຊົ່ວໂມງຮຽນ ເພື່ອໃຫ້ນັກຮຽນໃຊ້ເວລາທີ່ມີກັບການຮຽນ ຫຼາຍກວ່າການຫຼິ້ນເກມ ຫຼື ໂຊຊຽວມີເດຍ.

ຂະນະດຽວກັນ ຄະນະຄູ ແລະ ຄູປະຈຳຊັ້ນຂອງໂຮງຮຽນລັດທຸກແຫ່ງໃນກຳປູເຈຍ ຄວນກະຕຸ້ນ ແລະ ສົ່ງເສີມນັກຮຽນໃຫ້ອ່ານໜັງສື ຫຼື ສຶກສາຄົນຄວ້າຫາຄວາມຮູ້ໃຫ້ຫ້ອງສະໝຸດ ໃນເວລາຫວ່າງ.

ທັ້ງນີ້ ຜູ້ປົກຄອງ ກໍຄວນເບິ່ງລູກຫຼານຕື່ມ ໃນການໃຊ້ໂທລະສັບ ແລະ ອຸປະກອນອີເລັກໂຕນິກອື່ນໆ ເພື່ອການສຶກສາຮຽນຮູ້ເທົ່ານັ້ນ.

ແຫຼ່ງຂ່າວ khmertimeskh

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...