spot_img
Homeຂ່າວຕ່າງປະເທດກຳປູເຈຍສະຫລອງ ເທດສະການນ້ຳ ຢ່າງຍິ່ງໃຫຍ່ ມີເຮືອເຂົ້າແຂ່ງຂັນເກືອບ 260 ລຳ

ກຳປູເຈຍສະຫລອງ ເທດສະການນ້ຳ ຢ່າງຍິ່ງໃຫຍ່ ມີເຮືອເຂົ້າແຂ່ງຂັນເກືອບ 260 ລຳ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ພະຈິກຜ່ານມານີ້ວ່າ ງານເທດສະການນ້ຳຂອງກຳປູເຈຍ ຊຶ່ງດຳເນີນເປັນເວລາ 3 ວັນ ໄດ້ສິ້ນສຸດລົງໃນວັນອັງຄານທີ 15 ພະຈິກຜ່ານມານີ້ ພາຍໃຕ້ການເປັນປະທານໃນງານໂດຍ ເຈົ້າມະຫາຊີວິດ ນະໂຣດົມ ສີຫະມຸນີ ແຫ່ງ ຣາຊະອານາຈັກກຳປູເຈຍ, ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ພ້ອມດ້ວຍການນຳຂັ້ນສູງຂອງກຳປູເຈຍ ເຂົ້າຮ່ວມເປັນກຽດໃນພິທີ.

Cambodia's King Norodom Sihamoni greets Prime Minister Hun Sen while attending the annual Water Festival on the Tonle Sap river in Phnom Penh

ເທດສະການນ້ຳ ເປັນເທດສະການປະຈຳປີທີ່ຍິ່ງໃຫຍ່ທີ່ສຸດຂອງກຳປູເຈຍ ຈັດຂຶ້ນໃນແມ່ນ້ຳຕົງເລສາບ ບໍລິເວນໜ້າພະຣາຊະວັງ ນະຄອນຫລວງພະນົມເປັນ ໂດຍພາຍໃນງານຈະມີການແຂ່ງຂັນເຮືອຊ່ວງໃນຕອນບ່າຍ, ສ່ວນຕອນກາງຄືນ ຈະມີການຄົບງັນ ມີຂະບວນເຮືອໄຟ, ຈູດດອກໄມ້ໄຟ ຕາມບໍລິເວນແຄມທ່ານ້ຳ ຊຶ່ງເປັນປະເພນີທີ່ເປັນສັນຍາລັກ ບົ່ງບອກເຖິງການສິ້ນສຸດລະດູຝົນ ແລະ ການປ່ຽນທິດທາງການໄຫລຂອງນ້ຳ ໃນແມ່ນ້ຳຕົງເລສາບ ທີ່ເຊື່ອມຕໍ່ກັບທະເລສາບຕົງເລສາບ ແລະ ແມ່ນ້ຳຂອງ.

ສະເພາະການແຂ່ງຂັນໃນປີນີ້ ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 257 ລຳ ຊຶ່ງປະກອບດ້ວຍສີພາຍປະມານ 17,750 ຄົນ ຈາກທົ່ວປະເທດ ແລະ ມີປະຊາຊົນຊາວກຳປູເຈຍ ເດີນທາງເຂົ້າຮ່ວມຊົມເທດສະການດັ່ງກ່າວ ປະມານ 2 ລ້ານຄົນ.

Rowers gather at the start of a boat race near the Royal Palace during the annual Water Festival on the Tonle Sap river in Phnom Penh, Cambodia

ບົດຄວາມຫຼ້າສຸດ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ. ທ່ານ...

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025...

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...