spot_img
Homeຄວາມຮູ້ກ່ຽວກັບ AECການເຊື່ອມໂຍງທາງດ້ານເສດຖະກິດຂອງອາຊຽນ

ການເຊື່ອມໂຍງທາງດ້ານເສດຖະກິດຂອງອາຊຽນ

Published on

ເຖິງວ່າປະຊາຄົມເສດຖະກິດອາຊຽນ ໄດ້ຮັບການກ່າວເຖິງຢ່າງກວ້າງຂວາງ ໃນປັດຈຸບັນ, ແຕ່ໃນຄວາມເປັນຈິງ ຂະບວນການເຊື່ອມໂຍງເສດຖະກິດຂອງອາຊຽນນັ້ນ ໄດ້ດຳເນີນມາເປັນເວລາຫລາຍທົດສະວັດແລ້ວ.  ການເຊື່ອມໂຍງເສດຖະກິດ ທີ່ເກາະກ່າຍອາຊຽນເຂົ້າກັນ ໃນໄລຍະຜ່ານມາ ໄດ້ເລີ່ມເປັນຮູບເປັນຮ່າງຂຶ້ນ ໂດຍຜ່ານຫລາຍຊ່ອງທາງ, ໃນນັ້ນລວມທັງການຮ່ວມຕົວກັນ ຂອງບັນດາປະເທດສະມາຊິກອາຊຽນ ໃນການຜະລິດເຄື່ອງຫັດຖະກຳ, ການປັບປຸງສິ່ງອຳນວຍຄວາມສະດວກ ໃນການເຄື່ອນຍ້າຍຜະລິດຕະພັນຂ້າມແດນ ແລະ ກົນໄກອື່ນໆ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການໄຫລວຽນຂອງສິນຄ້າ, ການບໍລິການ, ແຫລ່ງທຶນ ຕະຫລອດຮອດແຮງງານທີ່ມີສີມື ຢູ່ໃນພາກພື້ນໃຫ້ຄ່ອງຕົວຂຶ້ນກວ່າເກົ່າ. ສິ່ງດັ່ງກ່າວໄດ້ປະກອບສ່ວນ ເຮັດໃຫ້ອາຊຽນກາຍເປັນໜຶ່ງໃນບັນດາພາກພື້ນ ທີ່ມີຄວາມເຂັ້ມແຂງທີ່ສຸດໃນໂລກ ແລະ ເປັນສ່ວນຮ່ວມສຳຄັນ ຕໍ່ການເຕີບໃຫຍ່ທາງເສດຖະກິດຂອງໂລກ.

ການເຊື່ອມໂຍງທາງເສດຖະກິດ ແລະ ກາລະໂອກາດ ທີ່ອາຊຽນເປີດສູ່ໂລກ ໄດ້ນຳຜົນປະໂຫຍດທີ່ເປັນຮູບປະທຳ ທາງດ້ານການເງິນ ແລະ ເສດຖະກິດ ມາສູ່ປະຊາຊົນອາຊຽນ ຈຳນວນຫລາຍຮ້ອຍລ້ານຄົນ. ສົມມຸດວ່າຖ້າອາຊຽນເປັນປະເທດໜຶ່ງ, ອາຊຽນຈະເປັນປະເທດທີ່ມີເສດຖະກິດ ໃຫຍ່ອັນດັບ 7 ຂອງໂລກ ແລະ ເປັນອັນດັບ 3 ຂອງອາຊີ, ນັບແຕ່ປີ 2007-2014 ລວມຍອດຜະລິດຕະພັນພາຍໃນຂອງອາຊຽນ ໄດ້ເພີ່ມຂຶ້ນເກືອບສອງເທົ່າຕົວ ເປັນ 2,57 ພັນຕື້ໂດລາສະຫະລັດ.

ມາເຖິງປັດຈຸບັນ, ອັດຕາພາສີ ລະຫວ່າງບັນດາປະເທດອາຊຽນ ໄດ້ຫລຸດລົງເກືອບຮອດສູນເປີເຊັນ, ອັນໄດ້ເຮັດໃຫ້ລາຄາສິນຄ້າຕ່າງໆຫລຸດລົງ ແລະ ຜູ້ບໍລິໂພກມີທາງເລືອກຫລາຍຂຶ້ນ. ອາຊຽນໄດ້ກາຍເປັນຈຸດໝາຍປາຍທາງ ໃນການລົງທຶນທີ່ໄດ້ມາດຕະຖານຂອງໂລກ, ເຊິ່ງສາມາດດຶງດູດການລົງທຶນໂດຍກົງ ຈາກຕ່າງປະເທດໄດ້ປະມານ 136 ຕື້ໂດລາສະຫະລັດ ໃນປີ 2014 ອັນໄດ້ສ້າງກາລະໂອກາດທາງເສດຖະກິດ ແລະ ວຽກເຮັດງານທຳໃຫ້ປະຊາຊົນ ໃນພາກພື້ນຫລາຍຂຶ້ນກວ່າເກົ່າ. ຂະນະດຽວກັນການເປີດເສລີດ້ານການຄ້າ ແລະ ການເຊື່ອມໂຍງເສດຖະກິດອາຊຽນ ຈະນຳຜົນປະໂຫຍດມາສູ່ພາກພື້ນນີ້ ຫລາຍຂຶ້ນຕື່ມໃນອະນາຄົດ ແລະ ອາຊຽນຈະກາຍເປັນພາກພື້ນ ທີ່ມີເສດຖະກິດໃຫຍ່ອັນດັບ 4 ຂອງໂລກໃນປີ 2050.

ການປະກາດສ້າງຕັ້ງ ປະຊາຄົມເສດຖະກິດອາຊຽນຢ່າງເປັນທາງການ ໃນວັນທີ 31 ທັນວາ 2015 ເປັນຂີດໝາຍສຳຄັນ ໃນຂະບວນການດຳເນີນການ ເຊື່ອມໂຍງເສດຖະກິດພາກພື້ນຂອງອາຊຽນ. ແຜນແມ່ບົດປະຊາຄົມເສດຖະກິດອາຊຽນ (2008-2015) ທີ່ບັນດາຜູ້ນຳໄດ້ຮັບຮອງເອົາ ໃນເດືອນພະຈິກ 2007 ໄດ້ຊ່ວຍເຍືອງທາງໃຫ້ພາກພື້ນອາຊຽນ ກ້າວໄປສູ່ການສ້າງຕັ້ງປະຊາຄົມເສດຖະກິດອາຊຽນ ຢ່າງເປັນທາງການເຊິ່ງ ປະກອບດ້ວຍ 4 ຄຸນລັກສະນະຄື: ເປັນຕະຫລາດ ແລະ ຖານການຜະລິດໜຶ່ງດຽວ. ເປັນພາກພື້ນທີ່ມີຄວາມສາມາດແຂ່ງຂັນທາງເສດຖະກິດສູງ. ເປັນພາກພື້ນທີ່ມີການພັດທະນາທາງເສດຖະກິດ ທີ່ມີຄວາມສົມດູນກັນ ແລະ ເປັນພາກພື້ນທີ່ສາມາດເຊື່ອມໂຍງກັບເສດຖະກິດໂລກ ໄດ້ຢ່າງເຕັມສ່ວນ. ໃນຖານະເປັນປະຊາຄົມທີ່ມີການເຊື່ອມໂຍງກັນ ອາຊຽນມີເປົ້າໝາຍຈະກາຍເປັນພາກພື້ນ ທີ່ມີລະບຽບການທີ່ກະທັດຮັດ, ມີອັດຕາພາສີຕໍ່າ, ມີມາດຕະຖານທີ່ກົມກຽວກັນ, ມີການເຊື່ອມໂຍງດ້ານລະບຽບຫລັກການ ແລະ ມີຄວາມໂປ່ງໃສຫລາຍຂຶ້ນ, ເປັນສູນລວມທາງດ້ານຊັບພະຍາກອນມະນຸດທີ່ມີສີມື, ມີລະດັບການສຶກສາສູງ ແລະ ເປັນແຫລ່ງຜູ້ບໍລິໂພກທີ່ກວ້າງຂວາງ ແລະ ເຂັ້ມແຂງ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...