spot_img
Homeຂ່າວຕ່າງປະເທດການາດາຕອບໂຕກັບສະຫະລັດທາງດ້ານການຄ້າ

ການາດາຕອບໂຕກັບສະຫະລັດທາງດ້ານການຄ້າ

Published on

ລັດຖະບານການາດາ ປະກາດໂຕ້ຕອບສະຫະລັດທາງການຄ້າ ໂດຍຕັ້ງພາສີກັບສິນຄ້ານຳເຂົ້າຈາກສະຫະລັດມູນຄ່າ 1.26 ໝື່ນລ້ານໂດລາສະຫະລັດ ເລີ່ມມີຜົນບັງຄັບໃຊ້ໃນວັນທີ 1 ກໍລະກົດ 2018ນີ້ ຫຼັງສະຫະລັດເກັບພາສີເຊຟກາຣ໌ດ ກັບ ເຫຼັກ ແລະ ອະລູມິນຽມນຳເຂົ້າທີ່ອັດຕາ 25% ແລະ 10% ກ່ອນໜ້ານີ້

ການາດາລະບຸວ່າ ພາສີດັ່ງກ່າວຄວບຄຸມສິນຄ້າປະມານ 250 ລາຍການ ໂດຍການາດາຈະເກັບພາສີ 25% ກັບສິນຄ້າປະເພດເຫຼັກ ແລະ ອີກ 10% ກັບອະລູມິນຽມ ຮວມເຖິງສິນຄ້າປະເພດອາຫານເຊັ່ນ: ໂຢເກິດ, ໝາກໄມ້ສຳເລັດຮູບ ແລະ ວິສກີ້ ກັບສິນຄ້າອຸປະໂພກອື່ນໝ ເຊັ່ນ: ພາສີເຈ້ຍອະນາໄມ, ຖົງນອນ ແລະ ບິກ

“ນີ້ເປັນມາດຕະການຕອບກັບທີ່ສົມນ້ຳສົມເນື້ອ ຕອບໂຕ້ກັບໂດລາຕໍ່ໂດລາ ເຮົາບໍ່ຈຳເປັນເພີ່ມຄວາມກົດດັນ” ແຕ່ກໍ່ບໍ່ຖອຍກັບຄືກັນ ລັດຖະມົນຕີກະຊວງການຕ່າງປະເທດການາດາກ່າວພ້ອມເສີມວ່າ ການາດາບໍ່ມີທາງເລືອກອື່ນ ແລະ ກຳລັງຫາລືປະເດັນດັ່ງກ່າວຢ່າງໃຫ້ຊິດຮ່ວມກັບສະຫະພາບຢຸໂຣບ (ອີຢູ) ແລະ ເມັກຊິໂກ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...