ການລະບາດຂອງເຊື້ອໂຄວິດ-19 ສາຍພັນເດລຕາໃນຫຼາຍປະເທດຍັງມີຄວາມຮຸນແຮງ

0
983

ໃນຫຼາຍປະເທດການກະຈາຍການສັກວັກຊີນໃຫ້ກັບປະຊາຊົນຍັງມີແນວໂນ້ມທີ່ຊ້າ ຫຼາຍຝ່າຍກໍຍັງມີຄວາມກັງວົນວ່າໂຄວິດ-19 ສາຍພັນເດລຕາ ຫຼື ສາຍພັນທີ່ພົບຄັ້ງທໍາອິດໃນປະເທດອິນເດຍຈະເຮັດໃຫ້ສະຖານະການຮຸນແຮງຂື້ນຕື່ມໄປອີກ.

ເມື່ອບໍ່ດົນມານີ້ອົງການອະນາໄມໂລກໄດ້ອອກມາລະບຸວ່າ ສາຍພັນເດລຕາເປັນສາຍພັນທີ່ແຜ່ລະບາດໄດ້ງ່າຍທີ່ສຸດຕັ້ງແຕ່ທີ່ພົບມາ ແລະ ອົງການອະນາໄມໂລກກໍເລີ່ມເຫັນຜູ້ຕິດເຊື້ອໂຄວິດສາຍພັນເດລຕາເພີ່ມຂື້ນຫຼາຍໃນປະເທດໄທ, ບັງກລາເທດ, ອິນໂດເນເຊຍ ແລະ ມອງໂກລີ. ສໍາລັບສະຖານະການໃນອາຊີນັ້ນກໍຍັງມີຄວາມໜ້າເປັນຫ່ວງ ແລະ ບັນດາປະເທດລຸ່ມນີ້ຄືປະເທດທີ່ມີການຕິດເຊື້ອໂຄວິດ-19 ສາຍພັນເດລຕາຫຼາຍ.

ບັງກະລາເທດ ມີຜູ້ຕິດເຊື້ອມາຕັ້ງແຕ່ກາງເດືອນ ພຶດສະພາ ເຊິ່ງ 68% ຂອງຜູ້ຕິດເຊື້ອທີ່ພົບແມ່ນເປັນສາຍພັນເດລຕາ ແຕ່ປະຊາກອນທັງໝົດທີ່ໄດ້ຮັບວັກຊີນມີພຽງແຕ່ 3%.

ປະເທດອິນໂດເນເຊຍ ຈໍານວນຜູ້ຕິດເຊື້ອໃນປະເທດອິນໂດເນເຊຍ 60% ສ່ວນໃຫຍ່ເປັນໂຄວິດ-19 ສາຍພັນເດລຕາ ແລະ ຍັງມີຜູ້ເສຍຊີວິດທີ່ເພີ່ມຂື້ນເລື້ອຍໆ.

ປະເທດໄທ ຈໍານວນຜູ້ຕິດເຊື້ອ ແລະ ເສຍຊີວິດປະມານ 26% ແມ່ນຕິດເຊື້ອໂຄວິດ-19 ສາຍພັນເດລຕາ ໂດຍໃນປັດຈຸບັນປະເທດໄທສັກວັກຊີນໃຫ້ປະຊາຊົນຄົບ 2 ເຂັມໄດ້ພຽງແຕ່ 4% ເທົ່ານັ້ນ.