spot_img
Homeຂ່າວທ້ອງຖິ່ນການປະຈານ ແລະ ການລັກຊັບ ທັງ 2 ກໍລະນີລ້ວນຜິດກົດໝາຍ

ການປະຈານ ແລະ ການລັກຊັບ ທັງ 2 ກໍລະນີລ້ວນຜິດກົດໝາຍ

Published on

ຈາກກໍລະນີຄລິບທີ່ເຈົ້າໜ້າທີ່ຕະຫຼາດອົດຊີນຳຕົວຍິງໄວກາງຄົນພ້ອມຫ້ອຍປ້າຍຄ້ອງຄໍ “ຄົນຂີ້ລັກ” ແຫ່ອ້ອມຕະຫຼາດ ໄດ້ກາຍເປັນຄລິບທີ່ໂດ່ງດັງ ແລະ ສ້າງຄວາມຮືຮາຕໍ່ຜູ້ທີ່ໄດ້ເບິ່ງຄລິບດັ່ງກ່າວໃນເວລານີ້, ສັງຄົມໄດ້ຕັ້ງຄຳຖາມຕໍ່ການກະທຳດັ່ງກ່າວວ່າເປັນການກະທຳທີ່ສົມຄວນແລ້ວບໍ່? ເຊິ່ງຄົນສ່ວນໃຫຍ່ກໍ່ເບິ່ງວ່າການກະທຳຂອງເຈົ້າໜ້າທີ່ຕະຫຼາດມັນເປັນການກະທໍາເກີນກວ່າເຫດ ຜູ້ກະທຳຜິດຄວນສົ່ງຕົວໃຫ້ເຈົ້າໜ້າທີ່ຕໍາຫຼວດຈັດຕາມດໍາເນີນການຕາມກົດໝາຍ ບໍ່ຄວນນຳຕົວຜູ້ກໍ່ເຫດແຫ່ປະຈານຕໍ່ສາທາລະນະ ເພື່ອສ້າງຄວາມອັບອາຍ.

ເຖິງຢ່າງນັ້ນກໍຕາມ, ແຕ່ກໍ່ມີບາງກຸ່ມຄົນທີ່ຄິດຕ່າງ ເຫັນດີຕໍ່ການກະທຳຂອງເຈົ້າໜ້າຕະຫຼາດ ໂດຍໃຫ້ເຫດຜົນວ່າ ການປະຈານຜູ້ກະທຳຄວາມຜິດ ກໍ່ຄືການ “ເຊືອດໄກ່ໃຫ້ລິງເບິ່ງ” ເພື່ອເປັນຕົວຢ່າງໃຫ້ກັບຜູ້ທີ່ກະທຳຄວາມຜິດ ແລະ ຜູ້ທີ່ກຳລັງລິເລີ່ມທີ່ຄິດຈະກະທຳຄວາມຜິດ ໃຫ້ຮູ້ສຶກອັບອາຍ, ຢ້ານກົວ ແລະ ບໍ່ກ້າກະທຳຄວາມຜິດນັ້ນເອງ ເຊິ່ງວິທີດັ່ງກ່າວ ພວກເຮົາມັກຈະເຫັນຕາມຂ່າວຂອງຕ່າງປະເທດ.

ໃນກໍລະນີດັ່ງກ່າວ, ຕໍ່ດ້ານຂອງກົດໝາຍແລ້ວ ທັງສອງຝ່າຍລ້ວນແຕ່ມີຄວາມຜິດ ຍິງໄວກາງຄົນຜູ້ສະຖານະເປັນຄົນຂີ້ລັກກໍ່ຈະໄດ້ຮັບໂທດ ໃນຄະດີລັກຊັບຜູ້ອື່ນ ໃນມາດຕາທີ 231 ຈະຖືລົງໂທດຕັດອິດສະຫຼະພາບ ແຕ່ ສາມເດືອນ ຫາ ສາມປີ ຫຼື ດັດສ້າງໂດຍບໍ່ຕັດອິດສະຫຼະພາບ ແລະ ຈະປັບໃໝ ແຕ່ 1.000.000 ກີບ ຫາ 5.000.000ກີບ.

ສຳລັບຜູ້ທີ່ມີຄວາມກ້ຽວທັງເຈົ້າໜ້າທີ່ຕະຫຼາດ, ທັງຜູ້ຖ່າຍຄລິບປະຈານນັ້ນ ກໍ່ມີຄວາມຜິດໃນຖານການເຮັດໃຫ້ຜູ້ອື່ນອັບອາຍ ເຊິ່ງລະບຸໄວ້ໃນມາດຕາ 206 ບຸກຄົນໃດຫາກລະເມີດກຽດສັກສີຂອງບຸກຄົນອື່ນ ແລະ ເຮັດໃຫ້ໄດ້ຮັບຄວາມອັບອາຍ ຈະຖືກຕຳນິວິຈານ ຫຼື ດັດສ້າງໂດຍບໍ່ຕັດອິດສະຫຼະພາບ ຫຼື ລົງໂທດຕັດອິດສະຫຼະ ພາບແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະປັບໃໝແຕ່ 1.000.000ກີບ ຫາ 5.000.000ກີບ. ແລະ ຍັງອາດຈະໄດ້ຮັບໂທດໃນມາດຕາ 207 ການປ້ອຍດ່າ ອັນນີ້ກໍ່ຕ້ອງວ່າກັນດ້ວຍຫຼັກຖານຂໍ້ມູນຄວາມຈິງ.

ຫາກອີງໃສ່ໃນແງ່ຂອງກົດໝາຍເຫັນໄດ້ຊັດເຈນວ່າທັງສອງຝ່າຍລ້ວນມີຄວາມຜິດ, ແຕ່ໃນດ້ານມະນຸດສະທຳກໍ່ໜ້າເຫັນໃຈທັງຜູ້ເສຍຫາຍ (ເຈົ້າຂອງຊັບ) ເພາະທຸກວັນນີ້ເງິນຄຳເປັນສິ່ງຫາຍາກ ແຕ່ກໍ່ຢ່າລືມວ່າມະນຸດເຮົາທຸກຄົນລ້ວນມີໂອກາດເດີນຜິດເສັ້ນທາງ ແຕ່ກໍ່ມີໂອກາດກັບຕົວກັບໃຈກັບມາແກ້ໄຂສິ່ງທີ່ຜິດພາດໃນອາດີດໄດ້ຫາກພວກເຂົາເຫຼົ່ານັ້ນໄດ້ຮັບໂອກາດຈາກສັງຄົມ ແລະ ບໍ່ຖືກກະທຳໃຫ້ເກີດຄວາມອັບອາຍຈາກສັງຄົມ ຈົນສົ່ງຜົນກະທົບຕໍ່ສະພາບຈິດໃຈ ລວມເຖິງກະທົບຕໍ່ການດຳລົງຊີວິດ ແລະ ຄົນໃນຄອບຄົວຂອງພວກເຂົາ.

 

ຂ່າວໂດຍ:​ ພຸດສະດີ

 

 

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...