spot_img
Homeຂ່າວທ້ອງຖິ່ນການນຳແຂວງຄຳມ່ວນ ຕ້ອນຮັບເອກອັກຄະລັດຖະທູດອາເມລິກາ ປະຈຳລາວ

ການນຳແຂວງຄຳມ່ວນ ຕ້ອນຮັບເອກອັກຄະລັດຖະທູດອາເມລິກາ ປະຈຳລາວ

Published on

ທ່ານ ຄຳ​ໃບ ດຳລັດ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ ​ເຈົ້າ​ແຂວງ ໆຄຳ​ມ່ວນໄດ້ຕ້ອນຮັບ​ການ​ເຂົ້າ​ຢ້ຽມຢາມ​ຂອງ​ທ່ານ ​ເດນຽມ ກລູນ ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ ສ​ປປ ລາວ ​ໃນ​ວັນ​ທີ 16 ພຶດສະພາ 2014 ຢູ່​ທີ່​ຫ້ອງ​ວ່າການ​ປົກຄອງ​ແຂວງ​ຄຳ​ມ່ວນ ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ມາ​ເຄື່ອນ​ໄຫວ ​ແລ​ະ ​ເຮັດ​ວຽກຢູ່​ແຂວງ​ຄຳ​ມ່ວນ.

​​ໃນ​ໂອກາດ​ດັ່ງກ່າວ​ທ່ານ ຄຳ​ໃບ ດຳລັດ ກໍ່​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ພ້ອມ​ທັງ​ກ່າວ​ລາຍ​ງານ​ສະພາບ​ທີ່​ຕັ້ງ, ຈຸດ​ພິ​ເສດ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງ​ໂດຍ​ຫຍໍ້​ໃຫ້​ທ່ານ​ເດນຽມ ກລູນ ​ໄດ້​ຮັບ​ຊາບ ພ້ອມ​ນັ້ນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ທີ່​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ທ່ານ​ໄດ້​ລາຍ​ງານ​ການ​ມາ​ເຂື່ອນ​ໄຫວ​ເຮັດ​ວຽກຢູ່​ແຂວງ​ຄຳ​ມ່ວນ​ໃນ​ຄັ້ງ​ນີ້ ​ເຊິ່ງທ່ານ​ຈະ​ໄດ້​ເຂົ້າ​ຮ່ວມ​ພິທີ​ມອບ-ຮັບ​ໂຮງໝໍ​ເມືອງ​ໄຊ​ບົວທອງ, ມອບ-ຮັບ​ອຸປະກອນ​ຊ່ວຍ​ເຫຼືອບັນ​ເທົາ​ທຸກ​ໄພພິບັດ​ທີ່​ເມືອງ​ມະຫາ​ໄຊ ​ແລະ ​ເດີນທາງ​ໄປ​ຢ້ຽມຊົມ​ເຄື່ອນ​ໄຟຟ້າ​ນ້ຳ​ເທີນ II ທັງ​ນີ້ກໍ່​ເພື່ອ​ເປັນ​ການ​ຊ່ວຍ​ເຫຼືອປະຊາຊົນ​ທີ່ຢູ່​ໃນເຂດ​ຊົນນະບົດ​ ໄດ້​ເຂົ້າ​ເຖິງ​ການ​ບໍລິການ​ທາງ​ດ້ານ​ສຸຂະພາບ​ໄດ້​ຢ່າງ​ສະດວກ ທັງ​ເປັນ​ການ​ປະກອບສ່ວນ​ອັນ​ໃຫຍ່ຫຼວງ​ໃຫ້​ແກ່ ສປປ ລາວ ​ເວົ້າ​ສະ​ເພາະ​ກໍ່ຄື​ແຂວງ​ຄຳ​ມ່ວນ ​ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໄດ້​ມີ​ຄວາມ​ແໜ້ນ​ແຟ້ນ ​ແລະ ຂະຫຍາຍຕົວ​ຂຶ້ນ​​ໄປ​ເລື້ອຍໆ.​

ທີ່ມາ http://www.khammouanenews.com/khao/nalak/2619

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...