spot_img
Homeຂ່າວຕ່າງປະເທດການຖົ່ມນໍ້າລາຍໃນສະຖານທີ່ສາທາລະນະເປັນສ່ວນໜຶ່ງທີ່ເຮັດໃຫ້ໂຄວິດລະບາດຫຼາຍ

ການຖົ່ມນໍ້າລາຍໃນສະຖານທີ່ສາທາລະນະເປັນສ່ວນໜຶ່ງທີ່ເຮັດໃຫ້ໂຄວິດລະບາດຫຼາຍ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ມີການລາຍງານວ່າ: ທ້າວ ຣາຊາ ແລະ ນາງ ປິຕິ ນາຣາຊິມຮານ ໄດ້ເລີ່ມຕົ້ນອອກເດີນທາງໄປທົ່ວປະເທດອິນເດຍນັບຕັ້ງແຕ່ຕົ້ນປີ ເພື່ອຊ່ວຍຮຽກຮ້ອງໃຫ້ຄົນເຊົາຖົ່ມນໍ້າລາຍໃນສະຖານທີ່ສາທາລະນະ ສອງຄົນນີ້ໄດ້ມີການປະກາດເຊີນຊວນໃສ່ໂທລະໂຄ່ງທີ່ຕິດໃສ່ກັບລົດເພື່ອຮຽກຮຽກໃຫ້ຄົນເຊົາຖົ່ມນໍ້າລາຍ.

ປະເທດອິນເດຍເປັນປະເທດໜຶ່ງທີ່ຢູ່ຕາມທ້ອງຖະໜົນຈະເຕັມໄປດ້ວຍນໍ້າລາຍ ແລະ ຢູ່ໃນນະຄອນມຸມໄບເອງເຄີຍມີອາສາສະໝັກທີ່ອອກມາເຕືອນບໍ່ໃຫ້ຄົນຖົ່ມນໍ້າລາຍ, ຖິ້ມຂີ້ເຫຍື້ອ ແລະ ອີກຫຼາຍຢ່າງ ແຕ່ສ່ວນໃຫຍ່ແລ້ວກໍບໍ່ມີໃຜໃຫ້ຄວາມສົນໃຈ ແລະ ໃຫ້ຄວາມຄວາມຮ່ວມມື ແຕ່ເນື່ອງຈາກສະຖານະການການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຫຼາຍສິ່ງຫຼາຍຢ່າງປ່ຽນໄປ ບາງຄົນທີ່ເຄີຍຖົ່ມນໍ້າລາຍກໍອອກມາຂໍໂທດ ເນື່ອງຈາກອາດຈະເຮັດໃຫ້ການລະບາດຂອງພະຍາດໂຄວິດ-19 ເພີ່ມຂຶ້ນສູງ ແລະ ນອກຈາກນັ້ນ, ທາງການຂອງອິນເດຍກໍໄດ້ມີການອອກມາດຕະການປັບໄໝ ໄປຈົນເຖິງຕິດຄຸກ.

ແຕ່ນັກປະຫວັດສາດບາງຄົນກໍເຊື່ອວ່າ ຄົນທີ່ມັກຖົ່ມນໍ້າລາຍແມ່ນມີແນວຄວາມຄິດມາຈາກຮິນດູ ແລະ ເລື່ອງຊົນຊັ້ນວັນນະ, ເລື່ອງການຮັກສາຄວາມບໍລິສຸດຂອງຮ່າງກາຍໂດຍການເອົາຂອງເສຍອອກຈາກຮ່າງກາຍ.

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...