spot_img
Homeຂ່າວຕ່າງປະເທດການຍາດແຍ່ງວຽກເຮັດໃນຈີນສູງ ພຽງຮັບພະນັກງານຕຳແໜ່ງດຽວ ມີຄົນຍື່ນໃບສະໝັກເກືອບໝື່ນຄົນ

ການຍາດແຍ່ງວຽກເຮັດໃນຈີນສູງ ພຽງຮັບພະນັກງານຕຳແໜ່ງດຽວ ມີຄົນຍື່ນໃບສະໝັກເກືອບໝື່ນຄົນ

Published on

ວຽກເສີບນ້ຳຊາ ແລະ ວຽກຕ້ອນຮັບແຂກອາດຈະບໍ່ແມ່ນວຽກໃນຝັນຂອງໃຜຫຼາຍຄົນ ແຕ່ສຳລັບຄົນທົ່ວໄປວຽກນີ້ເປັນວຽກທີ່ດີພໍ ເຊິ່ງມີພັດທະຄານ ແຫ່ງໜຶ່ງໃນເມືອງຈີນ ເປີດຮັບສະໝັກພະນັກງານປະຈຳວຽກດັ່ງກ່າວ 1 ຕຳແໜ່ງແຕ່ມີຜູ້ມາຍື່ນໃບສະໝັກເຖິງ 9,837 ຄົນ ເຊິ່ງຜູ້ມາສະມັກນັ້ນຕ້ອງຮຽນຈົບປະລິນຍາຕີ ແລະ ມີປະສົບການເຮັດວຽກຢ່າງໜ້ອຍ 2 ປີຂຶ້ນໄປ

ປັດຈຸບັນນີ້ປະເທດຈີນມີຜູ້ວ່າງງານ 4% ແລະ ໃນປີນີ້ມີຜູ້ສະໝັກສອບເສັງເຂົ້າລັດຖະກອນເຖິງ 1.4 ລ້ານຄົນ ຫຼື ຄິດສະເລ່ຍມີຜູ້ຍື່ນໃບສະໝັກ 49.5 ພັນຄົນ ຕໍ່ 1 ຕຳແໜ່ງ ເຫັນໄດ້ຢ່າງຊັດເຈນທີ່ປະເທດຈີນ ປະເທດທີ່ພັດທະນາແລ້ວມີການແຂ່ງຂັນຍາດແຍ່ງວຽກເຮັດງານທຳສູງຫຼາຍ ພວກເຂົາຈະຂັດເອົາແຕ່ຄົນທີ່ມີຄຸນນະພາບສູງ ແລະ ມີຄຸນສົມບັດທີ່ເໝາະສົມເທົ່ານັ້ນເພື່ອຈະມາເຮັດວຽກໃນອົງກອນຂອງພວກເຂົາ ແມ່ນແຕ່ຕຳແໜ່ງທຳມະດາໃນຮ້ານອາຫານກໍ່ຕາມ.

 

ຂ່າວຈາກ: http://www.posttoday.com/world/news/462106

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...