ການກໍ່ສ້າງໂຮງງານກັ່ນນໍ້າມັນຢູ່ລາວຄືບຫນ້າ 40%

ໂຄງການກໍ່ສ້າງໂຮງກັ່ນນໍ້າມັນ ແມ່ນມີບົດບາດສຳຄັນໃນການສ້າງພື້ນຖານເສດຖະກິດອຸດສາຫະກຳແຫ່ງຊາດຂອງ ສປປລາວ ແລະ ແມ່ນໜື່ງໃນຄວາມຄືບໜ້າຂອງການພັດທະນາເຂດເສດຖະກິດກວມລວມໄຊເສດຖາ” ( 2 ກໍລະກົດ 2017 ) ນະຄອນຫຼວງວຽງຈັນ ສປປລາວ

(ກ). ໂຄງການກໍສ້າງໂຮງງານກັ່ນນໍ້າມັນຢູ່ ສປປລາວ:
(1) ບໍລິສັດ ອຸດສາຫະກຳເປໂຕຼເຄມີລາວ-ຈີນ ຈຳກັດ ກຳເນີດຂຶ້ນ ຈາດການຮ່ວມມືຂອງ 03 ບໍລິສັດຄື:
1. ບໍລິສັດ ອຸດສາຫະກຳຕົ່ງແຢນ ຢຸນນານ ຈຳກັດ ຖືຮຸ້ນ 75%,
2. ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຖືຮຸ້ນ 20% ແລະ
3. ບໍລິສັດຮ່ວມທຶນລາວ-ຈີນ ຖືຮຸ້ນ 05%,
(2) ມູນຄ່າການກໍ່ສາງທັງໝົດ 179,2 ລ້ານໂດລາສະຫະລັດ, ໃນເນື້ອທີ່ກໍ່ສ້າງ 218,677 ຕາແມັດ;
(3) ຜ່ານການຈັດຕັ້ງປະຕິບັດໄລຍະທ້າຍປີ 2015 ຫາ ກາງປີ 2017 ແມ່ນບໍມີຄວາມຄ່ອງຕົວທາງດ້ານການເງິນ, ຈຶ່ງເຮັດໃຫ້ໂຄງການໄດ້ໂຈະການດຳເນີນການກໍ່ສ້າງຊົ່ວຄາວ;
(4) ມາເຖີງປັດຈຸບັນ, ບໍລິສັດໄດ້ມີການປ່ຽນແປງຈາກ 03 ມາເປັນ 04 ຂາຮຸ້ນ ແລະ ເຮັດໃຫ້ໂຄງການສາມາດສືບຕໍ່ຈັດຕັ້ງປະຕິບັດ;
(5) ໂຄງການກໍ່ສ້າງໂຮງກັ່ນນໍ້າມັນດັ່ງກ່າວ ແມ່ນມີຄວາມຄືບໜ້າແລ້ວ 40% ແລະ ຈະໃຫ້ສຳເລັດໂຄງການໃນກາງປີ 2018;
(6) ບັນດາເຄື່ອງກົນຈັກຕ່າງໆ ແມ່ນໄດ້ປະກອບຢູ່ ສປຈີນ ພຽງແຕ່ລໍຖ້ານຳເຂົ້າມາຕິດຕັ້ງ;
(7) ຖ້າຫາກໂຮງງານສຳເລັດຈະຊ່ວຍຫຼຸດຜ່ອນການນຳເຂົ້ານໍ້າມັນຈາກຕ່າງເທດໄດ້ຫຼາຍພໍສົມຄວນ ໂດຍສະເພາະຈະສາມາດຕອບສະໜອງນໍ້າມັນກວມເຖິງ 60% ຂອງການຊົມໃຊ້ນໍ້າມັນຢູ່ພາຍໃນປະເທດ ໃນປັດຈຸບັນ 1,3 ລ້ານໂຕນຕໍ່ປີ;
(8) ນອກຈາກນໍ້າມັນທີ່ເປັນຜົນຜະລິດຫຼັກຈາກໂຄງການດັ່ງກ່າວແລ້ວຍັງມີ: ວັດຖຸດິບໃນການປຸງແຕ່ງທໍ່ນໍ້າ (PVC), ຜະລິດຕະພັນປາດສະຕິກ, ອາຍເກດຈາກຂະບວນການປຸງແຕ່ງ, ຢາງໝາກຕອຍ ແລະ ອື່ນໆ.

(ຂ) ສະພາບຂໍ້ມູນຂອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ:
(1) ເຂດພັດທະນາກວມລວມ ໄຊເສດຖາ ແມ່ນເຂດໜຶ່ງທີ່ລັດຖະບານ ສປປລາວ ແລະ ລັດຖະບານ ສປຈີນ ກໍານົດໃຫ້ເປັນເຂດຮ່ວມມືລະຫວ່າງຊາດ ເຊິ່ງໄດ້ເລີ່ມດໍາເນີນໂຄງການມາຕັ້ງແຕ່ປີ 2010 ເປັນຕົ້ນມາ;
(2) ມີເນື້ອທີ່ທັງໝົດ 1,149 ເຮັກຕາ, ຕັ້ງຢູ່ເຂດເມືອງໄຊເສດຖາ ແລະ ເມືອງໄຊທານີ, ນະຄອນຫຼວງວຽງຈັນ;
(3) ຈຸດປະສົງແມ່ນເພື່ອສ້າງເຂດດັ່ງກ່າວໃຫ້ກາຍເປັນເຂດການຜະລິດ ເປັນຕົ້ນແມ່ນ:
1. ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກໍາ ແລະ ອຸດສາຫະກຳເບົາເພື່ອການສົ່ງອອກ,
2. ການສ້າງອາຄານທີ່ພັກອາໄສແບບສີວິໄລ, ເຂດສີຂຽວ, ບ່ອນພັກຜ່ອນ, ທ່ອງທ່ຽວ, ສູນກາງການຂົນສົ່ງ ແລະ ອື່ນໆ.
(4) ປະຈຸບັນສາມາດດຶງດູດຫົວໜ່ວຍວິສາຫະກິດຕ່າງໆ ຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາຈົດທະບຽນໄດ້ປະມານ 30 ບໍລິສັດ ໂດຍມີມູນຄ່າການລົງທຶນຕາມສັນຍາ 350 ລ້ານໂດລາສະຫະລັດ ກວມເອົາເນື້ອທີ່ 73 ເຮັກຕາ;
(5) ເຂດພັດທະນາກວມລວມໄຊເສດຖາ ເປັນເຂດໜຶ່ງໃນຈໍານວນ 12 ເຂດ ທີ່ຖືກສ້າງຕັ້ງຂຶ້ນຢູ່ ສປປລາວ ພາຍໃຕ້ນະໂຍບາຍການພັດທະນາ ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (ຂພສ);
(6) ໃນຕໍ່ໜ້າ ຂພສ ຈະສືບຕໍ່ໃຫ້ການສະໜັບສະໜູນເຂດພັດທະນາກວມລວມ ໄຊເສດຖາ:
1. ຍົກລະດັບ ວຽກງານການບໍລິການຜ່ານປະຕູດຽວ,
2. ການຄຸ້ມຄອງດ້ວຍລະບົບເອເລັກໂຕຣນິກ,
3. ການແກ້ໄຂບັນຫາຕ່າງໆໃຫ້ວ່ອງໄວ ແລະ ການດຶງດູດການລົງທຶນເຂົ້າມາພັດທະນາໃນເຂດດັ່ງກ່າວ ໃຫ້ນັບມື້ສູງຂຶ້ນ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ