spot_img
Homeຂ່າວທ້ອງຖິ່ນການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ສໍາເລັດ 89,43% ແລ້ວ

ການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ສໍາເລັດ 89,43% ແລ້ວ

Published on

ສຳນັກຂ່າວປະເທດລາວ ລາຍງານໃຫ້ຮູ້ວ່າ ວັນທີ 4 ມິຖຸນາ 2020 ນີ້, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ພ້ອມດ້ວຄະນະ ລົງເຄື່ອນໄຫວຊຸກຍູ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ.

ທ່ານ ຊຽວກົວເວິນ (Xiaa Qian wen) ຜູ້ອໍານວຍການໃຫຍ່ ບໍລິສັດທາງລົດໄຟລາວ-ຈີນ ໄດ້ລາຍງານກ່ຽວກັບຄວາມຄືບໜ້າໃນການກໍ່ສ້າງທາງລົດໄຟລາວ-ຈີນວ່າ: ມາຮອດທ້າຍເດືອນພຶດສະພາ 2020 ສາມາດປະຕິບັດໄດ້ສໍາເລັດ 89,43% ຂອງວຽກງານທັງໝົດ, ການກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟປະກອບມີ: ການເຈາະອຸມົງໄດ້ 75 ອຸມົງ, ໃນນີ້ສາມາດເຈາະທະລຸແລ້ວ 65 ອຸມົງ, ກໍ່ສ້າງຂົວໄດ້ 164 ແຫ່ງ, ສ້າງເສົາຂົວສໍາເລັດເກືອບ 2.000 ເສົາ, ວາງຂາງຂົວໄດ້ 746 ຊ່ວງເສົາ ເຊິ່ງກວມເອົາ 36,60% ຂອງການອອກແບບ. ສ່ວນການວາງລາງລົດໄຟແມ່ນເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ແຂວງຫຼວງພະບາງ ແມ່ນສໍາເລັດເກືອບ 50 ກິໂລແມັດ ຂອງຄວາມຍາວທັງໝົດ 409 ກິໂລແມັດ.

ສໍາລັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄລຍະ 2 ແຕ່ສະຖານີໂດຍສານນະຄອນຫຼວງວຽງຈັນ ຫາ ສະຖານີສິນຄ້າວຽງຈັນໃຕ້ (ເຂດທ່ານາແລ້ງ) ແມ່ນເຮັດສໍາເລັດການປັກຫຼັກເຂດສະຖານີໂດຍສານໃນເນື້ອທີ່ 150 ເຮັກຕາ, ປັກຫຼັກເຂດສະຫງວນທາງລົດໄຟຍາວ 17 ກິໂລແມັດ; ປັກຫຼັກເຂດສະຖານີວຽງຈັນໃຕ້ ຈໍານວນ 3 ຈຸດ, ໃນນີ້ສາມາດເຮັດສໍາເລັດແລ້ວ 2 ຈຸດຄື: ຈຸດສູນເຕັກນິກໃນເນື້ອທີ່ 57 ເຮັກຕາ ແລະ ຈຸດສາງພັກສິນຄ້າ 50 ເຮັກຕາ; ສ່ວນຈຸດຄ່ຽນຖ່າຍສິນຄ້າກໍາລັງຢູ່ໃນຂັ້ນຕອນອອກແບບ ແລະ ວຽກງານອື່ນໆ ກໍມີຄວາມຄືບໜ້າເຊັ່ນດຽວກັນ ແລະ ຄາດວ່າໂຄງການນີ້ຈະໃຫ້ສໍາເລັດທ້າຍປີ 2021.

ໂອກາດນີ້ ທ່ານ ບຸນທອງ ຈິດມະນີ ກໍໄດ້ເນັ້ນໜັກໃຫ້ຄະນະນໍາຂອງບໍລິສັດ ແລະ ຄະນະຮັບຜິດຊອບໂຄງການຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ຕິດຕາມ, ກວດກາ ແລະຄຸ້ມຄອງວຽກງານໃຫ້ໄປຕາມແຜນ ແລະ ທິດຊີ້ນໍາຂອງຂັ້ນເທິງ; ສືບຕໍ່ປຶກສາຫາລືກັນໃນການຍົກຍ້າຍປະຊາຊົນຈໍານວນໜຶ່ງ ໃນ 4 ຈຸດຂອງໂຄງການໄລຍະ 2 ໃຫ້ສໍາເລັດໂດຍໄວ, ສ່ວນກິດຈະກໍາຕ່າງໆທີ່ທາງບໍລິສັດໄດ້ມອບໃຫ້ແກ່ສັງຄົມໃນໄລຍະຜ່ານມາ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...