Homeຂ່າວທ້ອງຖິ່ນກະ​ຊວງ​ກະສິກໍາ, ປ່າ​ໄມ້ ​ແລ​ະ ພັດທະນາ​ຊົນນະບົດ​ສະຫລຸບ​ວຽກ​ງານ 2018 ​ແລະ ​ແຜນ​ພັດທະນາ 2019

ກະ​ຊວງ​ກະສິກໍາ, ປ່າ​ໄມ້ ​ແລ​ະ ພັດທະນາ​ຊົນນະບົດ​ສະຫລຸບ​ວຽກ​ງານ 2018 ​ແລະ ​ແຜນ​ພັດທະນາ 2019

Published on

ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ກະສິກຳ, ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດທົ່ວ​ປະ​ເທດ ປະຈຳ​ປີ 2018 ​ແລະ ທິດ​ທາງ​ແຜນການ​ປີ 2019 ​ໃນ​ລະຫວ່າງ​ວັນ​ທີ 4-5 ມີນາ 2019 ຢູ່​ນະຄອນຫລວງ​ວຽງ​ຈັນ,​ໂດຍ​ມີ ​ທ່ານ ລຽນ ທິ​ແກ້ວ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ມີ​ບັນດາ​ຮອງລັດຖະມົນຕີ, ຮອງ​ເຈົ້າ​ແຂວງ, ຮອງ​ເຈົ້າ​ຄອງ, ຫົວໜ້າ​ກົມ, ຮອງ​ກົມ ພ້ອມ​ດ້ວຍ​ຜູ້​ຕາງໜ້າ​ ຈາກ​ຂະ​ແໜງ​ກະສິກຳ ​ໃນ​ຂອບ​ເຂດທົ່ວ​ປະ​ເທດ ​ເຂົ້າ​ຮ່ວມ.

ໂອກາດດັ່ງກ່າວ, ທ່ານ ລຽນ ທິ​ແກ້ວ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າລົງເລິກ ເບິ່ງບັນຫາໃຫ້ມີລັກສະນະຄົບຊຸດ, ຖືກຕົວຈິງ, ຖືກປະເດັນ, ເບິ່ງບັນຫາທີ່ກ່ຽວພັນ ລະຫວ່າງ ກະສິກຳ, ປ່າໄມ້, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ບົນພື້ນຖານການປ່ຽນແປງຄວາມຮັບຮູ້ເກົ່າ ໄປສູ່ການປ່ຽນແປງຈິນຕະນາການໃນການຄິດ, ການວາງແຜນ, ວິທີປະຕິບັດ, ເບິ່ງບັນຫາ, ຕີລາຄາສິ່ງທ້າທາຍຂອງວຽກງານກະສິກຳ, ປ່າໄມ້ ແລະ ແກ້ໄຂຄວາມທຸກຍາກ ທີ່ຈະປະເຊີນໃນຕໍ່ໜ້າ ​ແລະ ອື່ນໆ.

​ໂອກາດ​ດຽວ​ກັນ, ທ່ານ ພວງປຣາລິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະລິກຳ ແລະ ປ່າໄມ້ ໄດ້ຂຶ້ນຜ່ານບົດສະຫລຸບສັງລວມ, ຕີລາຄາຮອບດ້ານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳ ປີ 2018 ແລະ ທິດທາງແຜນການປະຈຳປີ 2019 ໂດຍມີບາງຕອນໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດວຽກງານ ໃນທົ່ວຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຄະນະນຳກະຊວງ, ການນຳແຂວງ ແລະ ທົ່ວຂະແໜງການສາຍຕັ້ງ ແລະ ຂະແໜງການປິ່ນອ້ອມ ໄດ້ພ້ອມກັນເອົາໃຈໃສ່ຊີ້ນຳ-ນຳພາ ແລະ ໃຫ້ການສະໜັບສະໜູນຢ່າງໃກ້ຊິດ ເຊິ່ງສາມາດ ເຮັດໃຫ້ການຂະຫຍາຍຕົວ ຂອງລວມຍອດຜະລິດຕະພັນກະສິກຳ, ປ່າໄມ້ ຂະຫຍາຍຕົວໃນລະດັບ 2,8% ຂຶ້ນໄປ ກວມເອົາ 15,73% ຂອງໂຄງປະກອບເສດຖະກິດແຫ່ງຊາດ, ປະກອບສ່ວນເຮັດໃຫ້ GDP ຂະຫຍາຍຕົວ​ບໍ່​ຫລຸດ 7%, ຜະລິດ​ເຂົ້າ​ ​ໄດ້ 4,2 ລ້ານ​ໂຕນ, ກາ​​​ເຟ​ໄດ້ 137,500 ​ໂຕນ​, ສາລີ​ອາຫານ​ສັດ ​ໄດ້ 1,2 ລ້ານ​ກວ່າ​ໂຕນ, ອ້ອຍ​ ໄດ້ 2 ລ້ານ​ກວ່າໂຕນ, ຢາສູບ​ໄດ້ 71 ພັນ​ກວ່າ​ໂຕນ, ມັນ​ຕົ້ນ​ໄດ້​ 2,4 ລ້ານ​ກວ່າ​ໂຕນ ​ແລະ ອື່ນໆ.

ສຳລັບ ທິດ​ທາງ​ແຜນການ​ປີ 2019 ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ຈະ​ສືບ​ຕໍ່​ສຸມ​ໃສ່​ວຽກ​ງານ​ການ​ຜະລິດ​ເຂົ້າ ​ແລະ ສົ່ງ​ເສີມ​ການ​ລ້ຽງສັດ ​ແລະ ປາ ​ເພື່ອ​ຮັບປະກັນ​ດ້ານ​ຄວາມ​ໝັ້ນຄົງ​ອັນ​ຍາວ​ນານ, ຮັບປະກັນ ​ໃຫ້​ມີ​ສະບຽງ​ອາຫານ​ພຽງພໍ, ມີ​ສ່ວນ​ແຮ​ໄວ້ ​ແລະ ສາມາດ​ເປັນ​ພື້ນຖານ ຜະລິດ​ເປັນ​ສິນຄ້າ​ໄດ້ ​ໃນ​ໄລຍະ​ຍາວ​ນານ, ​ໂດຍ​ບໍ່​ໃຫ້​ຂຶ້ນ​ກັບ ​ແລະ ອາ​ໃສ​ແຕ່​ທຳ​ມະ​ຊາດ ອີກ​ຕໍ່​ໄປ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...