spot_img
Homeຂ່າວເຫດການກະຊວງ ຖວທ ກຽມພ້ອມຮັບໃຊ້ ກອງປະຊຸມສຸດຍອດອາຊຽນ

ກະຊວງ ຖວທ ກຽມພ້ອມຮັບໃຊ້ ກອງປະຊຸມສຸດຍອດອາຊຽນ

Published on

ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການກະກຽມປະກອບສ່ວນ ໃນການຈັດກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບໃນຕົ້ນເດືອນກັນຍາ ຈະມາເຖິງນີ້ ເມື່ອວັນທີ 19 ສິງຫານີ້ ທີ່ກະຊວງດັ່ງກ່າວວ່າ: ກະຊວງ ຖວທ ໄດ້ຮັບການມອບໝາຍ ໃຫ້ຮັບຜິດຊອບວຽກງານທາງ ດ້ານຖະແຫຼງຂ່າວ, ວັດທະນະທຳ ແລະ ສິລະປະ ຊຶ່ງເປັນອະນຸກຳມະການໜຶ່ງ ໃນບັນດາອະນຸກຳມະການ ຮັບຜິດຊອບລະດັບຊາດ ກ່ຽວກັບການກະກຽມ ແລະ ຈັດງານດັ່ງກ່າວ, ນັບແຕ່ໄດ້ຮັບການມອບໝາຍໜ້າທີ່ມາ ພວກເຮົາກໍໄດ້ມີການກະກຽມ ແລະ ຈັດຕັ້ງປະຕິບັດບາງວຽກແລ້ວ ຊຶ່ງໄດ້ມີການແຕ່ງຕັ້ງບຸກຄະລາກອນຕ່າງໆ ເຂົ້າຮ່ວມໃນອະນຸກຳມະການ ໃນນັ້ນນອກຈາກໜ່ວຍງານຮັບຜິດຊອບ ກ່ຽວກັບເລຂານຸການ, ດ້ານບໍລິຫານຕ່າງໆແລ້ວ ພວກເຮົາໄດ້ມີໜ່ວຍງານສະເພາະ ທາງດ້ານວຽກງານຖະແຫຼງຂ່າວສື່ມວນຊົນ ໃນນັ້ນໄດ້ແບ່ງອອກເປັນ 2 ພາກສ່ວນໃຫຍ່ຄື: ໜ່ວຍງານຮັບຜິດຊອບ ວຽກງານຖະແຫຼງຂ່າວ (ນັກຂ່າວພາຍໃນ), ໜ່ວຍງານຮັບຜິດຊອບໂຄສະນາຕ່າງປະເທດ (ນັກຂ່າວຕ່າງປະເທດ) ແລະ ພາກສ່ວນຮັບຜິດຊອບ ວຽກງານວັດທະນະທຳ, ການສະແດງສິລະປະ ນອກຈາກນັ້ນວຽກງານຮູບເງົາ ໄດ້ມີການກະກຽມຮູບເງົາສາລະຄະດີສັ້ນ ທີ່ມີຄວາມຍາວ 5-7 ນາທີ ເພື່ອກະກຽມສາຍ ໃນເວລາເປີດກອງປະຊຸມ, ວຽກງານສິລະປະວັດທະນະທຳ ໂດຍໄດ້ຮັບການຊີ້ນຳຈາກຂັ້ນເທິງ ຊຶ່ງມາຮອດປັດຈຸບັນ ແມ່ນໄດ້ກະກຽມເປັນລາຍການຢ່າງລະອຽດ ຊຶ່ງຈະໄດ້ມີການສະແດງໃຫຍ່ 2 ຄັ້ງ, ນອກຈາກນັ້ນ ຈະມີການສະແດງລາຍການສະເພາະ ຂອງແຕ່ລະປະເທດ. ໂດຍພື້ນຖານມາຮອດປັດຈຸບັນ ໄດ້ສຳເລັດແລ້ວ ແລະ ໃນວັນທີ 1 ເດືອນກັນຍາ ແມ່ນຈະໄດ້ນຳເອົາລາຍການຕ່າງໆ ໄປຜ່ານຄະນະຮັບຜິດຊອບລະດັບຊາດເປັນຄັ້ງສຸດທ້າຍ.

ທ່ານກ່າວຕື່ມວ່າ: ສະເພາະກອງປະຊຸມປິ່ນອ້ອມຕ່າງໆ ໃນນັ້ນແມ່ນກອງປະຊຸມ ທີ່ກະຊວງພວກເຮົາມີສ່ວນຮັບຜິດຊອບ ໃນຖານະທີ່ເປັນຈຸດປະສານງານ ໃຫ້ແກ່ເສົາຄ້ຳວັດທະນະທຳ ແລະ ສັງຄົມ ແມ່ນຈະໄດ້ຈັດກອງປະຊຸມຄັ້ງທີ 2 ຂອງລັດຖະມົນຕີບັນດາປະເທດອາຊຽນ ທາງດ້ານເສົາຄ້ຳວັດທະນະທຳ ແລະ ສັງຄົມ ໂດຍຄັ້ງທີ 2 ນີ້ແມ່ນຈະໄດ້ຜ່ານເອກະສານທັງໝົດ ຂອງປະຊາຄົມເສົາຄ້ຳວັດທະນະທຳ ແລະ ສັງຄົມ, ເພື່ອສະເໜີໃຫ້ແກ່ກອງປະຊຸມສຸດຍອດອາຊຽນຮັບຮອງເອົາ ໃນນັ້ນເອກະສານທີ່ຈະໄດ້ຮັບຮອງ ແລະ ລົງນາມ ຮ່ວມແມ່ນມີ 8 ສະບັບ, ມາຮອດປັດຈຸບັນ ການກຽມແມ່ນດີຫຼາຍສົມຄວນ ແລະ ບັນດາປະເທດທີ່ໄດ້ຮັບບັດເຊີນ ກໍໄດ້ ຕອບຮັບມາແລ້ວ, ສ່ວນທາງດ້ານສະຖານທີ່ ກໍໄດ້ມີການກະກຽມເປັນທີ່ຮຽບຮ້ອຍແລ້ວ, ນອກຈາກນັ້ນ ໃນກອງປະຊຸມດັ່ງກ່າວ ຈະໄດ້ມີງານລ້ຽງ ແລະ ສະແດງສິລະປະວັດທະນະທຳຕື່ມອີກ.

ໂອກາດດັ່ງກ່າວ ທ່ານໄດ້ຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງປະຊາຊົນລາວ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ໃຫ້ມີການປະກອບສ່ວນເຂົ້າເປັນເຈົ້າພາບທີ່ດີ ເພື່ອເຮັດໃຫ້ກອງປະຊຸມ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີທີ່ສຸດ ເຮັດໃຫ້ແຂກຕ່າງປະເທດ ທີ່ມາຮ່ວມກອງ ປະຊຸມໃນຄັ້ງນີ້ ເຫັນນະຄອນຫຼວງວຽງຈັນ ເປັນນະຄອນຫຼວງທີ່ໜ້າຢູ່ ມີຄວາມສະອາດສວຍງາມ, ມີຄວາມສະຫງ່າ, ມີສະເໜ່, ມີຄວາມສະຫງົບ ຕາມການພັດທະນານະຄອນຫຼວງ ໄປຕາມ 6 ສໍ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...