spot_img
Homeຂ່າວເຫດການກະຊວງ​ແຜນການ-​ການ​ລົງທຶນ​ ປະກາດ​ສັບຊ້ອນ​ພະນັກງານການ​ນຳ​

ກະຊວງ​ແຜນການ-​ການ​ລົງທຶນ​ ປະກາດ​ສັບຊ້ອນ​ພະນັກງານການ​ນຳ​

Published on

somdee1

 

ກະຊວງ​ແຜນການ ​ແລະ ການ​ລົງທຶນ​(ຜທ) ໄດ້​ຈັດ​ພິທີ​ປະກາດ​ການຈັດຕັ້ງ ສັບຊ້ອນ​ພະນັກງານການ​ນຳ​ຂັ້ນກະຊວງ​

ໃນ​ວັນ​ທີ 17 ​ເດືອນ​ຕຸລາ ປີ 2014 ທີ່​ກະຊວງ​ດັ່ງກ່າວ​ ​ໂດຍ​​ໄດ້ແຕ່ງຕັ້ງ ທ່ານ ດຣ. ກິ​ແກ້ວ ຈັນທະ​ບູຣີ ອະດີດ​ຫົວໜ້າ​

ຫ້ອງ​ການ​ກະຊວງ ​ເປັນ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ຜທ, ສ່ວນ ທ່ານ ສົມ​ຈິດ ​ອິນ​ທະ​ມິດ ອະດີດ​ລັດຖະມົນຕີ

​ຊ່ວຍ​ວ່າການ​ກະຊວງ ຜທ ​​​ແມ່ນໄປ​ຮັບ​ໜ້າ​ທີ່​ໃໝ່​ ຢູ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ. ພ້ອມ​ດຽວ​ກັນນີ້ ຍັງ​ໄດ້​ມີ​

ການ​ແຕ່ງຕັ້ງຮອງ​ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ​ຈຳນວນ 2 ທ່ານ ​ແລະ ຮອງ​ຫົວໜ້າ​ຫ້ອງການ​ຄະນະ​ກຳມາ​ທິການ​ຮ່ວມ

​ມື​ລາວ- ຫວຽດນາມ ​ເພີ່ມ​ອີກ 1 ທ່ານ.

ໃນ​ໂອກາດ​ນີ້, ທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໄດ້​ໂອ້​ລົມ​ຕໍ່​ພິທີ​ຄັ້ງນີ້ວ່າ:

ການ​ສັບ​ປ່ຽນ​ບ່ອນ​ປະຈຳການ​ຂອງ​ພະນັກງານ​ການ​ນຳ​​ແຕ່ລະ​ຂັ້ນ ​ແມ່ນ​ໄດ້​ປະຕິບັດ​ມາ​ຢ່າງ​ເປັນ​ປົກກະຕິ ບໍ່​ວ່າ​ຢູ່​ສູນ​

ກາງ ​ກໍ​ຄື​ຢູ່​ທ້ອງ​ຖິ່ນ​ຕ່າງໆ ​ເຊິ່ງມັນ​ໄດ້​ກາຍ​ເປັນ​ຫລັກການ, ລະບຽບ​ການ​ຂອງ​ພັກ ​ທີ່​ໄດ້​ກຳນົດ​ໄວ້​ເຊິ່ງທຸກ​ຄົນ​ຕ້ອງ​ໄດ້

​ປະຕິບັດ ທັງ​ນີ້ກໍ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ ​ແລະ ສະພາບ​ເງື່ອນ​ໄຂ​ຕົວ​ຈິງ

​ຂອງ​ປະ​ເທດ. ພ້ອມ​ນີ້ ທ່ານ​ຍັງ​ໄດ້​ເນັ້ນ​ໃຫ້​ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ຄົນ​ໃໝ່​ ຊີ້ນຳ​ນຳພາ​ວຽກ​ງານ​ໃນ​ຂົງ​ເຂດ​ທີ່​

ຮັບຜິດຊອບ​ ຫັນ​ເປັນ​ແຜນການ, ​ໂຄງການ, ​ແຜນ​ງານ ​ແລະ ​ແຜນ​ເງິນ ​ໃຫ້​ບຸກຄົນ​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ, ຮັກສາ​

ມູນ​ເຊື້ອຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ໜັກ​ແໜ້ນ, ​ເອົາ​ໃຈ​ໃສ່​ວຽກ​ງານ​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ​ເຮັດ​ໃຫ້​ພະ

ນັກງານ​ກຳ​ໄດ້​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-ລັດຖະບານ.

ສຳລັບ ​ພະນັກງານ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຮອງ​ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ​ໃໝ່​ນີ້ ​ໃຫ້​ສືບ​ຕໍ່​ໂຄສະ​ນາ​ເຜີຍ​ແຜ່​ນະ​ໂຍ

ບາຍ​ຂອງ​ພັກ-ລັດ, ຍາດ​ແຍ່ງ​ເອົາ​ການ ຊ່ວຍ​ເຫລືອ​ຈາກ​ບັນດາ​ປະ​ເທດ​ເພື່ອ​ນມິດ ​ແລະ ອົງການ​ຈັດຕັ້ງສາກົນ​ຕ່າງໆ​

ໃຫ້ການ​ສະໜັບສະໜູນ​ຊ່ວຍ​ເຫລືອ​ແກ່ ສປປ ລາວ ​ໃຫ້​ນັບ​ມື້ຫລາຍ​ຂຶ້ນ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ

​ເທດ​ຊາດ. ສ່ວນຫ້ອງການ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ລາວ-ຫວຽດນາມ ກໍ​ໃຫ້​ປະສານ​ສົບ​ທົບ​ກັບ ສສ ຫວຽດນາມ ​ເຮັດ​

ໃຫ້​ບັນຍາກາດ​ໃນ​ການ​ພົວພັນ​ຮ່ວມ​ມືລະຫວ່າງ ສອງ​ພັກ, ສອງ​ລັດ​ນັບ​ມື້​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ ພ້ອມ​ທັງ​ຍາດ​ແຍ່ງ​ເອົາ

​ການ​ຊ່ວຍ​ເຫລືອ ຈາກ ສສ ຫວຽດນາມ ​ໃຫ້​ຫລາຍ​ຂຶ້ນກວ່າ​ເກົ່າ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...