spot_img
Homeຂ່າວການສຶກສາກະຊວງສຶກສາທິການ ແລະ ກິລາ ແຈ້ງການຄຳແນະນຳ ການປະຕິບັດຫຼັກສູດສາມັນສຶກສາ ປະຈຳສົກຮຽນ 2023-2024

ກະຊວງສຶກສາທິການ ແລະ ກິລາ ແຈ້ງການຄຳແນະນຳ ການປະຕິບັດຫຼັກສູດສາມັນສຶກສາ ປະຈຳສົກຮຽນ 2023-2024

Published on

ກະຊວງສຶກສາທິການ ແລະ ກິລາ ແຈ້ງການຄຳແນະນຳ ການປະຕິບັດຫຼັກສູດສາມັນສຶກສາ ປະຈຳສົກຮຽນ 2023-2024.

1) ຊັ້ນປະຖົມສຶກສາ ປີທີ 1 ຮອດ ປີທີ 5 ໃຫ້ນໍາໃຊ້ຫຼັກສູດ, ປື້ມແບບຮຽນ ແລະ ຄູ່ມືຄູໃໝ່ ທຸກໆວິຊາ;

2) ຊັ້ນມັດທະຍົມສຶກສາຕອນຕົ້ນ ໃຫ້ຈັດຕັ້ງປະຕິບັດຫຼັກສູດຊັ້ນມັດທະຍົມສຶກສາຕອນຕົ້ນ, ສະບັບເລກທີ 1007/ສສ.ສວສ/09, ລົງວັນທີ 12 ຕຸລາ 2009);

3) ຊັ້ນມັດທະຍົມສຶກສາຕອນປາຍ ໃຫ້ຈັດຕັ້ງປະຕິບັດຫຼັກສູດຊັ້ນມັດທະຍົມສຶກສາຕອນປາຍ ສະບັບເລກທີ 325/ສສ,ສວສ/011, ລົງວັນທີ 08 ກຸມພາ 2011;

4) ສໍາລັບຫ້ອງຮຽນສອງພາສາລາວ-ຝຣັ່ງ ແມ່ນໃຫ້ນໍາໃຊ້ຫຼັກສູດການສຶກສາແຫ່ງຊາດ ແລະ 4 ວິຊາແປເປັນພາສາຝຣັ່ງ ຄື: ວິຊາຄະນິດສາດ, ຟີຊິກສາດ, ເຄມີສາດ ແລະ ຊີວະວິທະຍາ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...