spot_img
Homeຂ່າວພາຍ​ໃນກະຊວງສາທາຯເຕືອນ ເອົາໃຈໃສ່ຮັກສາສຸຂະພາບ ໃນສະພາບອາກາດໜາວແຮງ ໂດຍສະເພາະເດັກນ້ອຍ ແລະ ຜູ້ເຖົ້າ!

ກະຊວງສາທາຯເຕືອນ ເອົາໃຈໃສ່ຮັກສາສຸຂະພາບ ໃນສະພາບອາກາດໜາວແຮງ ໂດຍສະເພາະເດັກນ້ອຍ ແລະ ຜູ້ເຖົ້າ!

Published on

ວັນທີ 25 ມັງກອນນີ້, ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ອອກມາເຕືອນໃຫ້ປະຊາຊົນ ໃນຂອບເຂດທົ່ວປະເທດ, ໂດຍສະເພາະແມ່ນປະຊາຊົນເຂດພາກເໜືອ, ຊຶ່ງເປັນເຂດທີ່ມີສະພາບອາກາດໜາວແຮງ ຈົ່ງເພີ່ມທະວີເອົາໃຈໃສ່ ຮັກສາສຸຂະພາບຂອງຕົນໃຫ້ດີ ເປັນຕົ້ນແມ່ນເດັກນ້ອຍ ແລະ ຜູ້ເຖົ້າ, ເນື່ອງຈາກສະພາບອາກາດ ໜາວເຢັນແຮງ ຊຶ່ງອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ເປັນສາເຫດ ເຮັດໃຫ້ເກີດພະຍາດຕ່າງໆຕາມມາເຊັ່ນ: ພະຍາດໄຂ້ຫວັດ, ລະບົບທາງເດີນຫາຍໃຈ, ອັກສອບປອດຮຸນແຮງ, ພະຍາດຜິວໜັງ ແລະ ພະຍາດທີ່ມານຳພາຫະນຳເຊື້ອອື່ນໆ, ດັ່ງນັ້ນ ທຸກຄົນຈົ່ງເພີ່ມຄວາມເອົາໃຈໃສ່ ໃນການຮັກສາສຸຂະພາບ, ດ້ວຍການປະຕິບັດຕາມຫຼັກການອະນາໄມ 3 ສະອາດຄື: ກິນ, ດື່ມໃຫ້ສະອາດ; ນຸ່ງຫົ່ມໃຫ້ອົບອຸ່ນຢູ່ສະເໝີ ແລະ ບໍ່ຄວນຢູ່ບ່ອນທີ່ມີລົມພັດ ແລະ ໜາວແຮງ, ພ້ອມນັ້ນ ກໍຕ້ອງໝັ່ນທຳຄວາມສະອາດຮ່າງກາຍ ແລະ ເຮືອນຊານເປັນປະຈຳ, ອອກກຳລັງກາຍ ເພື່ອສ້າງພູມຄຸ້ມກັນຂອງຮ່າງກາຍ, ລ້າງມືທຸກຄັ້ງກ່ອນ ແລະ ຫຼັງກິນອາຫານ, ປະຕິບັດມາລະ ຍາດການໄອຈາມ ຕ້ອງອັດປາກ, ຖ້າຫາກເຂດແຂວງໃດ ເກີດມີການລະບາດຂອງພະຍາດໃດໜຶ່ງ ໃຫ້ຮີບຮ້ອນໄປຫາແພດໝໍ ເພື່ອມີວິທີຮັກສາໄດ້ທັນເວລາ, ສິ່ງສຳຄັນແມ່ນໃຫ້ເປັນເຈົ້າການ ເບິ່ງແຍງຜູ້ເຖົ້າ ແລະ ລູກຫຼານຂອງຕົນໃຫ້ດີ ເພາະອາກາດໜາວເຢັນຮຸນແຮງ ແມ່ນຈະສົ່ງຜົນກະທົບຕໍ່ສຸຂະພາບຂອງເຂົາເຈົ້າໄດ້ງ່າຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...