spot_img
Homeຂ່າວຕ່າງປະເທດກະຊວງສາທາລະນະສຸກສິງກະໂປ ປະກາດຫ້າມຄົນທີ່ຍັງບໍ່ໄດ້ສັກວັກຊີນເຂົ້າຮ້ານອາຫານ

ກະຊວງສາທາລະນະສຸກສິງກະໂປ ປະກາດຫ້າມຄົນທີ່ຍັງບໍ່ໄດ້ສັກວັກຊີນເຂົ້າຮ້ານອາຫານ

Published on

ສິງກະໂປໄດ້ຄຸມເຂັ້ມກ່ຽວກັບມາດຕະການຄວບຄຸມໂຄວິດ-19 ໂດຍການຫ້າມຄົນທີ່ຍັງບໍ່ທັນສັກວັກຊີນເຂົ້າຫ້າງສັບພະສິນຄ້າ ຫຼື ນັ່ງກິນອາຫານໃນຮ້ານອາຫານ ສ່ວນຜູ້ທີ່ສັກວັກຊີນຄົບສອງເຂັມແລ້ວແມ່ນຫ້າມຢູ່ຮ່ວມເປັນກຸ່ມເກີນສອງຄົນ.

ກະຊວງສາທາລະນະສຸກຂອງສິງກະໂປໄດ້ຍົກລະດັບຄວາມຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍປະກາດວ່າ ບໍ່ອະນຸຍາດໃຫ້ຜູ້ທີ່ຍັງບໍ່ທັນໄດ້ສັກວັກຊີນເຂົ້າໃຊ້ບໍລິການໃນຫ້າງສັບພະສິນຄ້າ ແລະ ຫ້າມຮັບປະທານອາຫານພາຍໃນສູນອາຫານ ລວມໄປເຖິງຮ້ານກາເຟ ແຕ່ຍັງສາມາດຊື້ອາຫານກັບເຮືອນໄດ້ ເຊິ່ງປະກາດດັ່ງກ່າວຈະມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ 13 ຕຸລາ 2021 ເປັນຕົ້ນໄປ.

ສໍາລັບຜູ້ທີ່ໄດ້ສັກວັກຊີນຄົບສອງເຂັມນັ້ນແມ່ນສາມາດເຂົ້າໃຊ້ບໍລິການໃນຫ້າງສັບພະສິນຄ້າໄດ້ ແຕ່ຫ້າມຢູ່ຮ່ວມກຸ່ມກັນເກີນ 2 ຄົນ ຍົກເວັ້ນສະເພາະເດັກນ້ອຍທີ່ອາຍຸຕໍ່າກວ່າ 12 ປີ ແລະ ຜູ້ທີ່ເຊົາຈາກການຕິດເຊື້ອໂຄວິດເທົ່ານັ້ນ. ສໍາລັບກຸ່ມຄົນທີ່ມີການຮ່ວມກຸ່ມກັນເກີນສອງຄົນຂຶ້ນໄປນັ້ນຕ້ອງແມ່ນຄົນທີ່ມາຈາກຄອບຄົວດຽວກັນ.

ແຫຼ່ງຂ່າວ: thairath

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...