spot_img
Homeຂ່າວພາຍ​ໃນກະຊວງສສກກຽມຖະແຫຼງຂ່າວສົ່ງທັບນັກກິລາເຂົ້າຮ່ວມຊີເກມຄັ້ງທີ28ທີ່ສິງກະໂປ

ກະຊວງສສກກຽມຖະແຫຼງຂ່າວສົ່ງທັບນັກກິລາເຂົ້າຮ່ວມຊີເກມຄັ້ງທີ28ທີ່ສິງກະໂປ

Published on

ກະຊວງສຶກສາທິການ ແລະ ກິລາ (ສສກ) ກຽມຈັດພິທີຖະແຫຼງຂ່າວສົ່ງຄະນະນຳ, ຄູເຝິກ ແລະ ນັກກິລາລາວເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາຊີເກມຄັ້ງທີ 28 ທີ່ປະເທດສິງກະໂປ ແລະ ສະຫຼຸບຜົນການເຂົ້າຮ່ວມງານມະຫາກຳກິລາເອຊຽນເກມຄັ້ງທີ 27 ປີ 2014 ທີ່ເມືອງອິນເຈິນ ສ.ເກົາຫຼີ ໃນວັນພະຫັດທີ 28 ພຶດສະພານີ້ທີ່ໂຮງແຮມລ້ານຊ້າງນະຄອນຫຼວງວຽງຈັນ.

ສຳລັບພິທີຖະແຫຼງຂ່າວພິທີຖະແຫຼງຂ່າວກຽມສົ່ງຄະນະນຳ, ຄູເຝິກ ແລະ ນັກກິລາລາວເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາຊີເກມຄັ້ງທີ 28 ທີ່ປະເທດສິງກະໂປເປັນເຈົ້າພາບໃນລະຫວ່າງວັນທີ 5-16 ມິຖຸນາ 2015 ແລະ ສະຫຼຸບຜົນການເຂົ້າຮ່ວມງານມະຫາກຳກິລາເອຊຽນເກມຄັ້ງທີ 27 ປີ 2014 ທີ່ເມືອງອິນເຈິນ ສ.ເກົາຫຼີ ເປັນເຈົ້າພາບລະຫວ່າງ 19 ກັນຍາຫາ 4 ຕຸລາ 2014 ຈະໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ 2015, ເວລາ 16:00 ໂມງທີ່ໂຮງແຮມລ້ານຊ້າງນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານດຣ. ພັນຄຳວິພາວັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ. ນອກຈາກນີ້, ພາຍໃນພິທີຍັງຈະມີການມອບ-ຮັບການອຸປະຖຳຈາກບັນດາບໍລິສັດຫ້າງຮ້ານທັງພາກລັດ ແລະ ເອກະຊົນ, ພິທີມອບຫຼຽນ, ໃບຍ້ອງຍໍແລະລາງວັນໃຫ້ແກ່ຄະນະນຳ, ຄູເຝິກ ແລະ ນັກກິລາທີ່ມີຜົນງານອີກດ້ວຍ.

ສປປ ລາວ ຄາດວ່າຈະສົ່ງຄະນະນຳ, ຄູເຝິກ ແລະ ນັກກິລາເຂົ້າຮ່ວມງານມະຫາກຳກິລາຊີເກມຄັ້ງທີ 28 ທີ່ປະເທດສິງກະໂປທັງໝົດ 300 ກວ່າຄົນ, ຍິງ 69 ຄົນໃນ 20 ປະເພດກິລາໃນນັ້ນກິລາທີ່ໃຊ້ງົບປະມານຂອງລັດຮອບດ້ານ 12 ປະເພດຄື: ເປຕັງ, ເທຄວັນໂດ, ວູຊູ, ຢູໂດ, ກະຕໍ້, ບີລຽດ-ສະນຸກເກີ, ລົດຖີບ, ຍິງທະນູ, ມວຍສາກົນ, ປັນຈັກສີລັດ, ແລ່ນ-ລານແລະລອຍນ້ຳ. ສ່ວນກິລາທີ່ກຸ້ມຕົນເອງລັດຊ່ວຍຄ່າເດີນທາງແລະທີ່ພັກ-ອາຫານປະກອບມີ 6 ປະເພດຄື: ເຕະບານຊາຍ, ດອກປີກໄກ່, ເທັນນິສ, ຍິງປືນ, ປິ່ງປ່ອງແລະກ໊ອຟ. ຂະນະທີ່ກິລາທີ່ກຸ້ມຕົນເອງຮອບດ້ານມີ 2 ປະເພດໄດ້ແກ່ຣັກບີ້ແລະຟັນດາບ.

ຢ່າງໃດກໍ່ຕາມ, ສຳລັບການເຂົ້າຮ່ວມງານມະຫາກຳກິລາຊີເກມຄັ້ງທີ 27 ໃນປີ 2013 ທີ່ສະຫະພາບມຽນມາທັບນັກກິລາລາວສາມາດຄວ້າມາໄດ້ທັງໝົດ 13 ຫຼຽນຄຳ, 17 ຫຼຽນເງິນແລະ 49 ຫຼຽນທອງລວມ 79 ຫຼຽນຈັດຢູ່ອັນດັບທີ 8 ຂອງຕາຕະລາງຈາກ 11 ປະເທດ ທີ່ເຂົ້າຮ່ວມແຂ່ງຂັນ.

1510446_858906704146977_4007464549836298593_n

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...