Homeຂ່າວທ້ອງຖິ່ນກອງປະຊຸມລັດຖະບານສະໄໝສາມັນ ຄົ້ນຄວ້າການປັບໂຄງສ້າງຄິດໄລ່ລາຄາໄຟຟ້າຄືນໃໝ່

ກອງປະຊຸມລັດຖະບານສະໄໝສາມັນ ຄົ້ນຄວ້າການປັບໂຄງສ້າງຄິດໄລ່ລາຄາໄຟຟ້າຄືນໃໝ່

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມິຖຸນາ 2020 ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2020 ຢູ່ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດເຫັນ ຕໍ່ບົດລາຍງານ ຈຳນວນ 3 ຫົວຂໍ້ໃຫຍ່ ດັ່ງນີ້:

1. ຮ່າງບົດລາຍງານ ຂອງທ່ານ ນາຍົກລັດຖະມົນຕີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນ ຕົ້ນປີ 2020 ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020.

2. ບົດລາຍງານ ການປະຕິບັດນະໂຍບາຍ ລາຄາກະແສໄຟຟ້າ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ການປັບໂຄງສ້າງຄິດໄລ່ ລາຄາໄຟຟ້າ ຄືນໃໝ່ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການຄົ້ນຄວ້າການປັບປຸງ ໂຄງສ້າງລາຄາໄຟຟ້າຄືນໃໝ່ ຊຶ່ງກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ທົບທວນຄືນ ແລະ ຄົ້ນຄວ້າຄິດໄລ່ ຫຼາຍທາງເລືອກ ເພື່ອສະເໜີລັດຖະບານພິຈາລະນາ. ກອງປະຊຸມ ເຫັນດີມອບໃຫ້ໂຄສົກລັດຖະບານ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຜູ້ວ່າການຜູ້ອຳນວຍການ ລັດວິສາຫະກິດໄຟຟ້າລາວ ຮ່ວມກັນຖະແຫຼງຂ່າວ ໃຫ້ສັງຄົມຮັບຊາບເປັນອັນສະເພາະ.

3. ບົດລາຍງານ ຄວາມຄືບໜ້າ ການປັບປຸງກົນໄກ ການອຳນວຍຄວາມສະດວກ ແລະ ບັນດາຕົວຊີ້ວັດຕ່າງໆ ໃນການດຳເນີນທຸລະກິດ ໃນ ສປປ ລາວ ຕາມຄຳສັ່ງເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018 ວ່າດ້ວຍການປັບປຸງ ບັນດາລະບຽບການ ແລະ ກົນໄກປະສານງານ ໃນການດຳເນີນທຸລະກິດ ຢູ່ ສປປ ລາວ ແລະ ຄຳສັ່ງເລກທີ 03/ນຍ, ລົງວັນທີ 21 ມັງກອນ 2020 ວ່າດ້ວຍການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດການລົງທຶນ ແລະ ການອອກ ໃບອະນຸຍາດດຳເນີນທຸລະກິດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...