spot_img
Homeຂ່າວພາຍ​ໃນກອງປະຊຸມປຶກສາຫາລືກ່ຽວກັບການຢຸດການປ່ອຍນໍ້າ ແລະ ຢຸດທຳການຜະລິດກະແສໄຟຟ້າຊົ່ວຄາວ

ກອງປະຊຸມປຶກສາຫາລືກ່ຽວກັບການຢຸດການປ່ອຍນໍ້າ ແລະ ຢຸດທຳການຜະລິດກະແສໄຟຟ້າຊົ່ວຄາວ

Published on

ອີງຕາມຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມສັນຍາສຳປະທານ ລະຫວ່າງ ບໍລິສັດໄຟຟ້ານໍ້າເທີນ 2 ແລະ ລັດຖະບານລາວ ໃນສັນຍາທີ່ກໍານົດໄວ້ຄື: ໂຄງການໄຟຟ້ານໍ້າເທີນ 2 ຈະຕ້ອງຫລຸດອັດຕາການປ່ອຍນໍ້າລົງສູ່ນໍ້າເຊບັ້ງໄຟ ເມື່ອອັດຕາການໄຫລຂອງນໍ້າເຊ ຢູ່ເມືອງມະຫາໄຊ ຂຶ້ນຮອດລະດັບ 14,4 ແມັດ. ສະນັ້ນ, ໃນວັນທີ 17 ກັນຍາ 2023 ນີ້ ຢູ່ເຮືອນຈັກບໍລິສັດ ໄຟຟ້ານໍ້າເທີນ 2 ເມືອງຍົມມະລາດ, ບໍລິສັດໄຟຟ້າເທີນ 2 ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຢຸດການປ່ອຍນໍ້າ ແລະ ຢຸດທຳການຜະລິດກະແສໄຟຟ້າຊົ່ວຄາວ ເນື່ອງຈາກລະດັບນໍ້າເຊບັ້ງໄຟເພີ່ມຂຶ້ນສູງ ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ຕາງໜ້າຫ້ອງວ່າການປົກຄອງແຂວງຄໍາມ່ວນ, ພ້ອມດ້ວຍການນໍາຂອງເມືອງຍົມມະລາດ, ມະ ຫາໄຊ, ເຊບັ້ງໄຟ, ໜອງບົກ ແລະ ເມືອງໄຊບູລີ ແຂວງສະຫວັນນະເຂດ ແລະ ພາກສ່ວນກກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານກ່ຽວກັບຂໍ້ມູນ ໃນການດຳເນີນງານຂອງໂຄງການ ໂດຍສະເພາະການບໍລິຫານນໍ້າຢູ່ອ່າງຈັດເກັບນໍ້າ ຂອງເຂື່ອນໄຟຟ້ານໍ້າເທີນ 2 ເພື່ອໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ, ພ້ອມທັງເປີດໂອກາດໃນການແລກປ່ຽນປະ ກອບຄໍາຄິດເຫັນ ໃນດ້ານຕ່າງໆ, ລວມເຖິງຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ ວິທີການແກ້ໄຂ ບົນພື້ນຖານຄວາມຖືກຕ້ອງສອດຄ່ອງ ຕາມສັນຍາສຳປະທານ ລະຫວ່າງບໍລິສັດໄຟຟ້ານໍ້າເທີນ 2 ແລະ ລັດຖະບານລາວ ທີ່ກໍານົດໄວ້, ຈຸດປະສົງ ເພື່ອເປັນການຢັ້ງຢືນວ່າ ບໍລິສັດໄຟຟ້ານໍ້າເທີນ 2 ໄດ້ປະຕິບັດຕາມພັນທະຕໍ່ລັດຖະບານ ໃນການຢຸດຕິການປ່ອຍນໍ້າ. ພ້ອມນີ້, ບໍລິສັດ ກໍໄດ້ສະເໜີມາຍັງການຈັດຕັ້ງລັດທີ່ກ່ຽວ ຂ້ອງຂັ້ນແຂວງ, ເມືອງ ແລະ ອໍານາດການປົກຄອງບ້ານທີ່ເຂົ້າຮ່ວມ ຈົ່ງນໍາເອົາຂໍ້ມູນຂ່າວສານດັ່ງກ່າວ ໄປເຜີຍແຜ່ໂຄສະນາໃຫ້ປະຊາຊົນ ບັນດາບ້ານທີ່ຕັ້ງລຽບແຄມນໍ້າເຊບັ້ງໄຟ ຮັບຮູ້ ແລະ ເຂົ້າໃຈ.

ໂອກາດນີ້, ທ່ານ ບຸນມາ ຄວ້າງແສງສິງ ຫົວໜ້າພະແນກຄວບຄຸມການຜະລິດ ແລະ ບໍລິຫານຈັດການນໍ້າ ເຂື່ອນໄຟຟ້ານໍ້າເທີນ 2 ໄດ້ໃຫ້ສໍາພາດວ່າ: ການຢຸດການຜະລິດກະແສໄຟຟ້າຊົ່ວຄາວ ແລະ ຢຸດການປ່ອຍນໍ້າລົງຄອງສົ່ງນໍ້າເຊບັ້ງໄຟ ເພື່ອປະຕິບັດຕາມສັນຍາສໍາປະທານຕໍ່ລັດຖະບານ ເນື່ອງຈາກລະດັບນໍ້າເຊບັ້ງໄຟ ສູງຮອດລະດັບເຕືອນໄພ ລະດັບ 14,4 ແມັດ(ເຂດອັນຕະລາຍ). ດັ່ງນັ້ນ, ບໍລິສັດໄຟຟ້ານໍ້າເທີນ 2 ໄດ້ຫລຸດການຜະລິດ ໂດຍເລີ່ມຢຸດເຄື່ອງຈັກທໍາອິດ ໃນເວລາ 15:30 ໂມງ ວັນທີ 16 ກັນຍາ, ເຄື່ອງຈັກທີ 2 ເວລາ 15:40 ໂມງ, ເຄື່ອງຈັກທີ 3 ເວລາ 15:50 ໂມງ ແລະ ເລີ່ມປິດສົມບູນໃນເວລາ 22:00 ໂມງ, ເຄື່ອງຈັກທຸກເຄື່ອງແມ່ນໄດ້ຢຸດທຳການຜະລິດ, ປະຕູນໍ້າແມ່ນໄດ້ປິດຈົນຮອດລະດັບຕໍ່າສຸດ, ນໍ້າທີ່ສົ່ງໄປຕາມຄ່ອງສົ່ງນໍ້າແມ່ນໄດ້ປິດ, ໃຫ້ໝັ້ນໃຈໄດ້ວ່າ ບໍລິສັດໄຟຟ້ານໍ້າເທີນ 2 ໄດ້ຢຸດການປ່ອຍນໍ້າລົງຄອງເໝືອງສົ່ງນໍ້າສູ່ ນໍ້າເຊບັ້ງໄຟຊົ່ວຄາວ, ພ້ອມທັງໄດ້ຕິດຕາມລະດັບນໍ້າຕະຫລອດເວລາ ເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນ. ຄາດວ່າຈະເລີ່ມແລ່ນເຄື່ອງຈັກຜະລິດໄຟຟ້າ ແລະ ປ່ອຍນໍ້າໄດ້ ກໍຕໍ່ເມື່ອປະລິມານນໍ້າເຊບັ້ງໄຟໄດ້ຫລຸດລົງ ຈາກເຂດອັນຕະລາຍ ຫລື ລະດັບເຕືອນໄພ ທີ່ກໍານົດໄວ້.

ທີ່ມາ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...