spot_img
Homeຂ່າວພາຍ​ໃນກອງປະຊຸມການຈັດຕັ້ງປະຕິບັດເນື້ອໃນສົນທິສັນຍາວ່າດ້ວຍ ສິດທິເດັກຢູ່ ສປປ ລາວ

ກອງປະຊຸມການຈັດຕັ້ງປະຕິບັດເນື້ອໃນສົນທິສັນຍາວ່າດ້ວຍ ສິດທິເດັກຢູ່ ສປປ ລາວ

Published on

ເມື່ອວັນທີ 7 ພຶດສະພາຜ່ານມາ ຢູ່ແຂວງສະຫວັນນະເຂດໄດ້ຈັດກອງປະຊຸມເກັບກຳຄຳຄິດເຫັນຂອງເດັກນ້ອຍ ແລະ ໄວໜຸ່ມ ຈາກແຂວງບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ຈຳປາສັກ ເຊກອງ ສາລາວັນ ແລະ ອັດຕະປື ຕໍ່ການຈັດຕັ້ງປະຕິບັດເນື້ອໃນສົນທິສັນຍາ ວ່າດ້ວຍສິດທິເດັກຢູ່ໃນ ສປປ ລາວ ຈັດໂດຍຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະເດັກ ໂດຍການສະໜັບສະໜູນຂອງອົງການອຸຍນິເຊບ.

ກອງປະຊຸມດັງກ່າວຈະສືບຕໍ່ຈັດຢູ່ໃນທົ່ວປະເທດເພື່ອຮັບຟັງ ແລະ ເກັບກຳຄຳຄິດເຫັນຂອງເດັກນ້ອຍ ແລະ ໄວໜຸ່ມ ທັງເປັນການເປີດໂອກາດໃຫ້ເຂົາເຈົ້າສະເໜີປະສົບການ ສິ່ງທ້າທາຍ ແລະ ວິທີແກ້ໄຂໃນການຈັດຕັ້ງປະຕິບັດເນື້ອໃນສົນທິສັນຍາດັ່ງກ່າວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ກອງປະຊຸມໃນຄັ້ງນີ້ແມ່ນດຳເນີນ 3 ວັນ ເພື່ອປຶກສາຫາລືແລກປ່ຽນຄຳເຫັນຂອງເດັກ ແລະ ໄວໜຸ່ມກັບອົງການຈັດຕັ້ງປົກຄອງຂັ້ນຕ່າງໆກ່ຽວກັບຄວາມຄືບໜ້າຂອງສະພາບຄວາມເປັນຢູ່ທີ່ດີຂອງເດັກໃນຊຸມປີຜ່ານມາ ລວມເຖິງສິ່ງທ້າທາຍທີ່ເຂົາເຈົ້າພວມຜະເຊີນຢູ່ ແລະ ມາດຕະການແກ້ໄຂເພື່ອປັບປຸງຊີວີດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ.

ກອງປະຊຸມຄັ້ງນີ້ຖຶເປັນຄັ້ງທີສອງ ໂດຍຄັ້ງທີ 1 ແມ່ນຈັດຂຶ້ນເມື່ອເດືອນເມສາຜ່ານມາຢູ່ແຂວງບໍ່ແກ້ວ ຊຶ່ງມີຕົວແທນເດັກຈຳ ນວນ 28 ຄົນ ອາຍຸ 11-17 ປີຈາກແຂວງບໍ່ແກ້ວ ຜົ້ງສາລີ ຫລວງນ້ຳທາ ແຂວງອຸດົມໄຊ ທັງນີ້ ຄັ້ງທີ 3 ແມ່ນຈະໄດ້ຈັດຂຶ້ນຢູ່ ທີ່ນະຄອນຫຼວງວຽງຈັນໃນທ້າຍເດືອນນີ້ ການສະຫຼຸບສັງລວມຄຳຄິດເຫັນຂອງຕົວແທນເດັກໃນທົ່ວປະເທດຈະໄດ້ນຳສະເໜີເປັນບົດລາຍງານເພື່ອນຳສະເໜີໃນກອງປະຊຸມລະດັບສູງທີ່ຈະຈັດຂຶ້ນໃນເດືອນພະຈິກ 2019 ນີ້ໃນວາລະການສະເຫຼີມສະຫຼອງຄົບຮອບ 30 ປີ ຂອງສົນທິສັນຍາເດັກ.

ໂອກາດດັ່ງກ່າວ ທ່ານ ນາງ ຈົງຈີດ ຈັນທະລານົນ ຮອງຫົວໜ້າຫ້ອງການ ກອງເລຂາຄະນະກຳມະທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ໄດ້ກ່າວວ່າ ອີງຕາມການສຳຫຼວດພົນລະເມືອງເມື່ອປີ 2015 ຂອງ ສປປ ລາວ ມີເດັກອາຍຸຕໍ່າກວ່າ 18 ປີ ກວມປະມານ 40% ຂອງພົນລະເມືອງທັງໝົດແມ່ນກຸ່ມເປົ້າໝາຍໃນການພັດທະນາ ແລະ ເປັນຜູ້ທີ່ຈະໄດ້ຮັບຜົນປະໂຫຍດຕົວຈິງ ພວກເຂົາຈະກາຍເປັນຜູ້ໃຫຍ່ທີ່ຈະເປັນຜູ້ນຳຂອງການປ່ຽນແປງເພື່ອສືບທອດພາລະກິດປົກປັກ ແລະ ສ້າງສາປະເທດຊາດໃນອານາຄົດ ດັ່ງນັ້ນ ບົດບາດຂອງເດັກ ແລະ ໄວໜຸ່ມ ຈຶ່ງມີຄວາມສຳຄັນ ແລະ ຈຳເປັນໃນການມີສ່ວນຮ່ວມເພື່ອພ້ອມກັນຕີລາຄາສະພາບການພັດທະນາຂອງເດັກ ແລະ ໄວໜຸ່ມຢູ່ ສປປ ລາວ ຕິດພັນກັບສິ່ງທ້າທາຍເພື່ອກຳນົດມາດຕະການ ຈັດຕັ້ງປະຕິບັດຮ່ວມກັນ ເພື່ອພ້ອມກັນສູ້ຊົນໃຫ້ບັນລຸເປົ້າໝາຍຂອງການພັດທະນາໃນອານາຄົດ.

ທ່ານ ນາງ ມາເຣຍ ເຟີນັນເດສ ຫົວໜ້າຫ້ອງການພະແນກສື່ສານຂອງອົງການອຸຍນີເຊບ ໄດ້ກ່າວວ່າ ການປຶກສາຫາລືຂອງເດັກ ແລະ ໄວໜຸ່ມ ແມ່ນຈັດຂຶ້ນສຳລັບເດັກ ແລະ ຜູ້ເຂົ້າຮ່ວມທີ່ເປັນເດັກ ແລະ ໄວໜຸ່ມ ຈະໄດ້ຮັບການຊຸກຍູ້ສົ່ງເສີມການມີສ່ວນຮ່ວມ ແລະ ການເຂົ້າເຖິງຂອງເດັກ ແລະ ໄວໜຸ່ມ ຄາດວ່າຜົນການປຶກສາຫາລືໃນຄັ້ງນີ້ແມ່ນເກັບກຳຄວາມເປັນຈິງ ບົດເລື່ອງ ຄວາມສົນໃຈ ແລະ ແນວຄິດຂອງເດັກ ແລະ ໄວໜຸ່ມ ໃນການສ້າງອານາຄົດທີ່ດີກວ່າສຳລັບເດັກທຸກຄົນໃນ ສປປ ລາວ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...