spot_img
Homeຂ່າວທ້ອງຖິ່ນກວດພົບການໃຫ້ເຊົ່າ-ສຳປະທານທີ່ດິນລັດບໍ່ໄດ້ເຮັດສັນຍາຢູ່ 4 ແຂວງ

ກວດພົບການໃຫ້ເຊົ່າ-ສຳປະທານທີ່ດິນລັດບໍ່ໄດ້ເຮັດສັນຍາຢູ່ 4 ແຂວງ

Published on

ພາຍຫຼັງປີ 2021 ເປັນຕົ້ນໄປ 5 ປີໃດ ຄ່າສຳປະທານຕ້ອງເພີ່ມຂຶ້ນ 10% ແຕ່ມາຮອດປັດຈຸບັນ ຍັງຄ້າງມອບຄ່າເຊົ່າ-ສຳປະທານ ແລະ ກວດພົບການໃຫ້ເຊົ່າ-ສຳປະທານທີ່ດິນລັດບໍ່ໄດ້ເຮັດສັນຍາຢູ່ 4 ແຂວງ ຄື: ແຂວງຜົ້ງສາລີ, ຫຼວງພະບາງ, ເຊກອງ ແລະ ແຂວງອັດຕະປື.

ສຳນັກຂ່າວສານປະເທດລາວ ລາຍງານວ່າ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ໄດ້ລາຍງານຜົນການກວດກາຕາມຜົນການກວດສອບ ປີ 2018 ກ່ຽວກັບການໃຫ້ເຊົ່າ-ສຳປະທານດິນລັດ ທີ່ບໍ່ໄດ້ເຮັດສັນຍາເຊົ່າ-ສຳປະທານ ຢູ່ 4 ແຂວງ ຄື: ແຂວງຜົ້ງສາລີ, ຫຼວງພະບາງ, ເຊກອງ ແລະ ແຂວງອັດຕະປື.

  • ແຂວງຜົ້ງສາລີ ມີ 112 ໂຄງການ, ເນື້ອທີ່ 12.660 ກວ່າເຮັກຕາ, ຜ່ານການກວດກາບັນຊີໂຄງ ການ ມີ 99 ໂຄງການ, ເນື້ອທີ່ 13.320 ກວ່າເຮັກຕາ, ຍ້ອນວ່າມີ 13 ໂຄງການ, ເນື້ອທີ່ 2,58 ເຮັກຕາ ແມ່ນມີຊື່ຊ້ຳຊ້ອນກັນ ແລະ ກວດກາສຳເລັດແລ້ວ 86 ໂຄງການ.
  • ແຂວງຫລວງພະບາງ ມີ 24 ໂຄງການ ເນື້ອທີ່ 210,35 ເຮັກຕາ, ຜ່ານການກວດກາຕາມບັນຊີໂຄງການ ມີ 23 ໂຄງການ ເນື້ອທີ່ 237,72 ເຮັກຕາ ຍ້ອນ 2 ໂຄງການໂຮມເຂົ້າກັນ, ເນື້ອທີ່ໄດ້ເພີ່ມຂຶ້ນຈາກຂໍ້ມູນອົງການກວດສອບສົ່ງໃຫ້ 27,37 ເຮັກຕາ, ໃນນີ້ໄດ້ກວດກາສຳເລັດແລ້ວ 14 ໂຄງການ, ເນື້ອທີ່ 211,02 ເຮັກຕາ, ຜ່ານການກວດກາ 14 ໂຄງການເຫັນບາງກໍລະນີຄື: ມີ 8 ໂຄງການ ໄລຍະສຳປະທານ 5 ປີ (2019-2024) ລວມຄ່າສໍາປະທານ 74,16 ລ້ານກີບ, ຍັງຄ້າງສຳປະທານ 65,42 ລ້ານກີບ; ມີ 1 ໂຄງການ ໄລຍະສຳປະທານ 50 ປີ (2019-2069), ຄ່າສຳປະທານແມ່ນ 651.932 ໂດລາສະຫະລັດ ຍັງຢູ່ໃນໄລຍະຍົກເວັ້ນ ຈົນຮອດປີ 2023 ຈຶ່ງເລີ່ມເກັບ; ມີ 1 ໂຄງ ການພັດທະນາແຫຼ່ງທ່ອງທ່ຽວຕາດທອງ ນະຄອນຫຼວງພະບາງ ໄລຍະສຳປະທານ 40 ປີ (2005-2045) ໂຄງການດັ່ງກ່າວຢຸດການດໍາເນີນກິດຈະການໃນປີ 2008 ແລະ ມີ 4 ໂຄງການ ຍັງບໍ່ໄດ້ເຮັດສັນຍາສຳປະທານທີ່ດິນ, ຍັງຢູ່ໃນຂັ້ນຕອນລົງສຳຫຼວດ-ວັດແທກເນື້ອທີ່ດິນ.
  • ແຂວງເຊກອງ ມີ 3 ໂຄງການ, ເນື້ອທີ່ 207,70 ເຮັກຕາ ບໍ່ໄດ້ເຮັດສັນຍາເຊົ່າ-ສຳປະທານ ຜ່ານການກວດກາເຫັນວ່າ ມີ 1 ໂຄງການຈະສ້າງໂຮງແຮມ 5 ດາວ ເຊິ່ງຢູ່ໃນຂັ້ນຕອນເຮັດສັນຍາພັດທະນາໂຄງການ ເພື່ອສືບຕໍ່ເຮັດສັນາຍາເຊົ່າ-ສຳປະທານ, ມີ 1 ໂຄງ ການຈະປູກພືດເປັນສິນຄ້າ ຍັງຄ້າງມອບເງິນຄ້ຳປະກັນສັນຍາພັດທະນາໂຄງການ ຈຳນວນ 15.000 ໂດລາ ສະຫະລັດ ແລະ ໂຄງການປູກໄມ້ອຸດສາຫະກຳ ຕາມລະບຽບການເງິນຄ້ຳປະກັນ 30.000 ໂດລາສະຫະລັດ ແຕ່ວາງເງິນຄໍ້າປະກັນບໍ່ຄົບ 15.000 ໂດລາສະຫະລັດ.
  • ແຂວງອັດຕະປື ມີ 11 ໂຄງການ, ເນື້ອທີ່ 17,92 ເຮັກຕາ ທີ່ບໍ່ທັນໄດ້ເຮັດສັນຍາເຊົ່າ-ສຳປະທານ, ຜ່ານການກວດກາຕົວຈິງເຫັນວ່າ ພາຍຫຼັງກວດສອບໄດ້ສຳເລັດແລ້ວ ແມ່ນໄດ້ເຮັດສັນຍາເຊົ່າ-ສຳປະທານ ໄລຍະເວລາ 30 ປີ ໃນໄລຍະເວລາກໍ່ສ້າງເຂື່ອນ ເຊິ່ງເລີ່ມແຕ່ປີ 2018-2021 ໄລຍະນີ້ ບໍລິສັດຕ້ອງຈ່າຍຄ່າເຊົ່າ 2.937 ໂດລາສະຫະລັດຕໍ່ປີ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...