spot_img
Homeຂ່າວພາຍ​ໃນເກົາຫລີເໜືອມະຕິ "ຢູເອັນ" ປະກາດທົດລອງນິວເຄຍຄັ້ງໃໝ່

ເກົາຫລີເໜືອມະຕິ “ຢູເອັນ” ປະກາດທົດລອງນິວເຄຍຄັ້ງໃໝ່

Published on

ສຳນັກຂ່າວAFPລາຍງານຈາກເຊອຸນ ປະເທດເກົາຫລີໃຕ້ເມື່ອວັນທີ່ 9 ມີນາຄົມ ວ່າທາງການເກົາຫລີເໜືອກ່າວວ່າ ຍິ່ງມິຕິຄອມບາດທາງເສດຖະກິດຂອງສະຫະປະຊາຊາດ         (ຢູເອັນ) ຕໍ່ປະເທດຂອງຕົນຮຸ່ນແຮງຂື້ນເທົ່າໃດ ມີແຕ່ຈະຊ່ວຍເສີມສັກກາຍະພາບໃຫ້ແກ່ໂຄ້ງການພັດທະນາຈະຫລວດແລະອາວຸດນິວເຄຍຂອງເກົາຫລີເໜືອມາກຂື້ນເທົ່ານັ້ນ     ພ້ອມກັບແຈ້ງວ່າການທົດລອງນິວເຄຍຄັ້ງໃໝ່ກຳລັງຈະເກີດຂື້ນ.

 

ຖະແລງການຂອງກະຊວງຕ່າງປະເທດເກົາຫລີເໜືອ ທີ່ເຜີຍແຜ່ສຳນັກຂ່າວກາງເກົາຫລີ ( ເຄຊີເອັນເອ ) ກະບອກສຽງຂອງລັດຖະບານປຽງຢາງ ທີ່ກໍານົດພະລັງນິວເຄຍທີ່ກຳ

ລັງຈະເກີດຂື້ນອານາຄົດອັນໃກ້ນີ້ ຈະເປັນການສະແດງໃຫ້ປະຊາຄົມໂລກເຫັນ ເຖີງຜົນຂອງການທີ່ສາຫະລັດເປັນຜູ້ “ຊັກຊວນ” ໃຫ້ຄະນະລັດທະມົນຕີຄວາມໝັ້ນຄົງ

ແຫ່ງສະຫະປະຊາຊາດ(UN SC).ເພີ່ມມາດຕະການຄອມບາດທາງເສດຖະກິດຕໍ່ເກົາຫລີເໜືອ ພ້ອມກັບບອກວ່າ ບົດລົງໂທດເຫລົ່ານີ້ບໍ່ເຄີຍເປັນອຸປະສັກຕໍ່ສະຖຽນລະພາບຂອງ

ລັດຖະບານປຽງຢາງແລະໂຄງການນິວເຄຍມີ່ແຕ່ຈະເພີ່ມຄວາມແຂງແກ່ງໃຫ້ແກ່ປະເທດຊາດອີກຫລາຍພັນເທົ່າ.

ນອກຈາກນີ້ ທາງການເກົາຫລີເໜືອປະກາດເພີ່ມ ໃຫ້ສັນຍານສະງົບສືກສົງຄາມເກົາຫລີທີ່ລົງມາຮ່ວມກັບເກົາຫລີໃຕ້ເມື່ອ 60 ປີກ່ອນ ມີຜົນເປັນໂມຂະຕັ້ງແຕ່ວັນຈັນທີ່11 ມີນາເປັນຕົ້ນໄປ.
ຂະນະດຽວກັນທາງສະຫະລັດອອກໂຮງເຕືອນອີກຄັ້ງວ່າ ຄວາມເຄື່ອນໄຫວຮຸນແຮງຄັ້ງລ່າສຸດ ລວມເຖີງຄຳຂົ່ມຂູ່ຕ່າງໆນານາຂອງເກົາຫລີເໜືອມີແຕ່ຈະເພີ່ມຄວາມຕຶງຄຽດໃນ

ພູມິພາກແລະຜົນທີ່ຕາມມາຈະບໍ່ເປັນປະໂຫຍດຕໍ່ປະຊາຊົນເລີຍແມ່ແຕ່ນ້ອຍ ຈຶ່ງຂໍຮຽກຮ້ອງເກົາຫລີເໜືອມາເຈລະຈາຢ່າງສັນຕິກັບເກົາຫລີໃຕ້ເພື່ອຟື້ນຟູຄວາມສຳພັນກັນຈະດີ

ກວ່າ
ທ່ານຈອດ ລິດເທີລ ໂຂສົກກະຊວງສະຫະລັດ(  Pentagon) ກ່າວຍືນຍັນວ່າ ເນື້ອຫາໃນສັນຍາທຸກສະບັບທີ່ເກົາຫລີເໜືອລົງນາມຮ່ວມກັບເກົາຫລີໃຕ້ລະບຸຊັດວ່າ ການລົ້ມເລີກ

ສັນຍາຕ້ອງไໃດ້ຮັບຄວາມເຫັນຊອບຈາກທຸກຝ່າຍທີ່ຮ່ວມລົງນາມ ດັ່ງນັ້ນ ການປະກາດຂອງລັດຖະບານປຽງຢາງບໍ່ມີຜົນຕໍ່ກົດໝາຍ ຢ່າງໃດກໍ່ຕາມລັດຖະບານວໍຊີງຕັນຕຽມພ້ອມ

ຂັ້ນສູງສຸດຕະຫລອດ 24 ຊົ່ວໂມງ ເພື່ອຮັບການໂຈມຕີທຸກຮູບແບບຈາກເກົາຫລີເໜືອ ທີ່ຈະເກີດຂື້ນຕໍ່ສະຫະລັດເກົາຫລີໃຕ້ ຫລືແມ້ແຕ່ຢີ່ປຸ່ນດ້ວຍ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...