spot_img
Homeຂ່າວເຫດການປຶກສາຫາລື ກະກຽມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ

ປຶກສາຫາລື ກະກຽມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ

Published on

217

ຂປລ. ອະ​ນຸກຳມະການ ສວນສະໜາມ ​ເພື່ອ​ກະກຽມ ​ສະ​ເຫລີມສະຫລອງ​ສອງ​ວັນ​ປະຫວັດສາດ ຈັດກອງ​ປະຊຸມ​ປຶກສາ​ຫາລື ​ແລະ ຜ່ານ​ການ ​ຮູບ​ແບບ ຖັນ​​ແຖວ, ການ​ນຸ່ງ​ຖື ແລະ ການ​ປະດັບ​ປະດາ​ລົດ​ແຫ່ ​ເພື່ອ​ກະກຽມ​ສະ​ເຫລີມ ສະຫລອງ​ວັນ​ສະຖາປະນາ ສປປ ລາວ ຄົບຮອບ 40 ປີ ຂຶ້ນ ໃນຕອນເຊົ້າ ຂອງວັນທີ່ 20 ກັນຍາ 2015 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໃຫ້ກຽດ​​ເປັນ​ປະທານ ຂອງ​ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ຖະ​ແຫລງ​ຂ່າວ​, ວັດທະນາທໍຳ ​ແລະ ທ່ອງ​ທ່ຽວ, ຄະນະຊີ້ນຳລະດັບຊາດ, ຮອງຫົວໜ້າອະນຸກຳມະການ ສວນ ສະໜາມ ເຊິ່ງມີບັນດາຕາງໜ້າ​ຄະນະ​ຮັບຜິດຊອບກ້ອນ​ຂະ​ບວນ ສວນສະໜາມຈາກ​ພາກ​ສ່ວນ ກະຊວງຕ່າງໆ ແລະ ນະຄອນຫລວງວຽງຈັນ ​ເຂົ້າ​ຮ່ວມ.

ກອງປະຊຸມຄັ້ງນີ້, ບັນດາຕາງໜ້າຄະນະຮັບຜິດຊອບ ກ້ອນຂະບວນສວນສະໜາມ ຈາກຂະແໜງກ້ອນກຳລັງ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ກຳມະບານລາວ, ໂຍທາທິການ ແລະ ຂົນສົ່ງ, ແຮງງານ ສະຫວັດດີການ ແລະ ສັງຄົມ, ອົງການນິຕິ ບັນຍັດ-ຕຸລາການ, ພະລັງງານ ແລະ ບໍ່ແຮ່, ອຸດສາຫະກໍຳ ແລະ ການຄ້າ, ຫ້ອງວ່າການປະທານປະເທດ ແລະ  ຫ້ອງວ່າການລັດຖະບານ. ໄດ້ຂຶ້ນສະເໜີເປັນ​ຕົ້ນ ​ແມ່ນຮູບແບບຖັນແຖວ, ການນຸ່ງຖື ແລະ ການປະດັບປະດາລົດແຫ່ ຂອງກ້ອນກຳລັງຕົນ ຕໍ່​ກອງ​ປະຊຸມ​ໄດ້​ຮັບ​ຊາບ. ຈາກ​ນັ້ນ ບັນດາ​ຜູ້​ເຂົ້າ​ຮ່ວມກອງ​ປະຊຸມ ໄດ້​​ພ້ອມ​ກັນປຶກສາ​ຫາລື ​ແລະ ປະກອບ​ຄຳ​ເຫັນ ຢ່າງ​ຕັ້​ງໜ້າ ​ແລະ ມີ​ຄວາມ​ຮັບ​ຜີ​ດຊອບ​ສູງ  ​ ໃສ່ຮູບແບບ ຂອງ​ແຕ່​ລະ​ກ້ອນກຳ​ລັງ ​ຂະ​ແໜງ​ການທີ່​ໄດ້​ສະ​ເໜີ​ ຜ່ານ​ກອງ​ປະຊຸມ ເພື່ອປັບປຸງກ້ອນກຳລັງຂອງຕົນ ​ໃຫ້​ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນ, ​ເໝາະ​ສົມ​ ​ແລະ ສອດຄ່ອງ​ຕາມຜົນງານ, ​ພາລະ​ບົດບາດຂອງ​ແຕ່ລະ​ກະຊວງ ​ແລະ ອົງການ ກ່ອນ​ຈະ​ມີ​ການຊ້ອມ​ໃຫຍ່ ​ແລະ ການສະ​ເຫລີມສະຫລອງ​ຕົວ​ຈິງ ​ໃນ​ວັນ​ທີ່ 2 ທັນວາ ຈະ​ມາ​ເຖິງ​ນີ້.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມະນີຍົມ ອໍໂຕ້ ກຣຸບ ກາຍເປັນຕົວແທນຜະລິດຕະພັນ ເອຊີແດລໂກ (ACDelco) ຢ່າງເປັນທາງການໃນລາວພຽງຜູ້ດຽວ

ໃນວັນທີ 28 ມີນາ 2025 ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ໄດ້ມີພິທິເຊັນສັນຍາຢ່າງເປັນທາງການ ເພື່ອກາຍເປັນຕົວແທນຈຳໜ່າຍຜະລິດຕະພັນ ເອຊີແດລໂກ (ACDelco) ໃນລາວ ຢ່າງເປັນທາງການ. ພິທີລົງນາມໄດ້ຈັດຂຶ້ນທີ່ສູນບໍລີການ...

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...