spot_img
Homeຂ່າວເຫດການປະທານປະເທດ ສສ ຫວຽດນາມ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ປະທານປະເທດ ສສ ຫວຽດນາມ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

Published on

president of vietnam

 

ໂດຍ​ຕອບ​ສະໜອງ​ຕາມ​ຄຳເຊີນ​ຂອງ​ສະຫາຍ ຈູມ​ມາລີ ໄຊຍະ​ສອນ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພັນ​ລະ​ຍາ ສະຫາຍ ເຈື່ອງ ເຕິນ ຊາງ ປະທານ​ປະເທດ ແຫ່ງ ສາທາລະນະ​ລັດສັງຄົມ​ນິຍົມຫວຽດນາມ ພ້ອມ​ດ້ວຍ​ພັນລະ​ຍາ ແລະ ຄະນະ​ຜູ້​ແທນ​ຂັ້ນສູງ ຈະ​ໄດ້​ເດີນທາງ​ມາ​ຢ້ຽມຢາມ ເຮັດ​ວຽກທີ່ ສາທາລະນະ​ລັດ ປະຊາ​ທິ​ປະ​ໄຕ ປະຊາຊົນ​ລາວ ແຕ່ວັນ​ທີ 23-25 ມີນາ 2015 ເຊິ່ງ​ຄາດ​ວ່າ​ຜູ້ນຳ​ທັງ​ສອງ​ປະເທດ ຈະ​ຫາລື​ແລກປ່ຽນ​ຄວາມ​ເຫັນ​ທັງ​ພາຍ​ໃນ ແລະ ສາກົນ ທີ່​ມີ​ຄວາມ​ສົນໃຈ​ຮ່ວມ​ກັນ ແລະ ກໍ່​ເປັນ​ໂອກາດ​ທີ່​ທົ່ວ​ພັກ, ກອງທັບ, ປະຊາຊົນ​ລາວ​ທັງ​ຊາດ ພວມ​ສະຫຼອງ​ວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 60 ປີ ອີກ​ດ້ວຍ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

 

ບົດຄວາມຫຼ້າສຸດ

ຕ້ອນຮັບທູດຕ່າງປະເທດຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງ ໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຕ້ອນຮັບທູດຕ່າງປະເທດຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງ ໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ ໃນວັນທີ 4 ມີນາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ...

ຍີ່ປຸ່ນເລັ່ງດັບໄຟປ່າຮຸນແຮງທີ່ສຸດສຸດໃນຮອບ 30 ປີ ອົບພະຍົບປະຊາຊົນຫຼາຍພັນຄົນ

ຍີ່ປຸ່ນເລັ່ງດັບໄຟປ່າຮຸນແຮງທີ່ສຸດໃນຮອບ 30 ປີ ຕ້ອງລະດົມເຈົ້າໜ້າທີ່ືດັບໄຟຫຼາຍກວ່າ 2,000 ຄົນ ເພື່ອຊ່ວຍກັນດັບໄຟ ແລະ ເລັ່ງອົບພະຍົບປະຊາຊົນເກືອບໜຶ່ງໝື່ນຄົນອອກຈາກພຶ້ນທີ່ໄຟປ່າທາງຕອນເໜືອຂອງປະເທດ. ສຳນັກຂ່າວ NHK ຂອງຍີ່ປຸ່ນລາຍງານໃນວັນທີ 4 ມີນາ 2025...

ພິທີປະກາດຮັບຮອງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນນະຄອນພົ້ນທຸກ

ນະຄອນຫຼວງພະບາງ ປະກາດເປັນນະຄອນ ພົ້ນທຸກ ແລະ ນະຄອນເຂັ້ມແຂງ ຮອບດ້ານ ພິທີປະກາດຮັບຮອງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນນະຄອນພົ້ນທຸກ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ...

ພິທີ ມອບ-ຮັບ ອາຄານຮຽນ ໂຮງຮຽນສາທິດຂອງວິທະຍາໄລຄູ 8 ແຫ່ງ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູໃນລາວ

ມອບ-ຮັບ ໂຮງຮຽນສາທິດຂອງວິທະຍາໄລຄູ 8 ແຫ່ງ ພາຍໃຕ້ ໂຄງການປັບປຸງວິທະຍາໄລຄູໃນລາວ. ວັນທີ 3 ມີນາ 2025, ທີ່ ວິທະຍາໄລຄູບ້ານເກິນ ເມືອງທຸລະ ຄົມ, ແຂວງວຽງຈັນ...