spot_img
Homeຂ່າວຕ່າງປະເທດTikTok ກຽມຢື່ນຟ້ອງ ສ.ອາເມລິກາ! ຫຼັງ "ທຣໍ້າ" ສັ່ງຫ້າມແບບບໍ່ຍອມໃຫ້ຊີ້ແຈງ

TikTok ກຽມຢື່ນຟ້ອງ ສ.ອາເມລິກາ! ຫຼັງ “ທຣໍ້າ” ສັ່ງຫ້າມແບບບໍ່ຍອມໃຫ້ຊີ້ແຈງ

Published on

ເວັບໄຊ sanook ລາຍງານວ່າ ຕິ໊ກຕອກ ວາງແຜນຈະຢື່ນຟ້ອງລັດຖະບານ ສ.ອາເມລິກາ ໃນອາທິດນີ້ ພາຍຫຼັງທີ່ປະທານາທິບໍດີ ໂດນັລ ທຣໍ້າ ໄດ້ລົງນາມໃນຄຳສັ່ງບໍລິຫານເພື່ອສັ່ງຫ້າມ TikTok ແລະ WeChat ແອັບພຣິເຄຊັ່ນຊື່ດັງຂອງຈີນ.

ເນຊັ່ນແນລ ພັບລິດ ເຣດິໂອ ລາຍງານໂດຍອ້າງແຫຼ່ງຂ່າວວ່າ  TikTok  ກຽມຢື່ນຟ້ອງລັດຖະບານ ສ. ອາເມລິກາໃນວັນອັງຄານນີ້ ລວມທັງຊີີ້ແຈ້ງວ່າ ການດຳເນີນການຂອງ ທຣໍ້າ ຂັດກັບລັດຖະທຳມະນູນ ເນື່ອງຈາກ ທຣໍ້າ ບໍ່ໄດ້ເປີດໂອກາດໃຫ້ບໍລິສັດໄດ້ຊີ້ແຈງ ແລະ ການດຳເນີນການໂດຍອ້າງເຫດຜົນເລື່ອງຄວາມໝັ້ນຄົງຂອງອາເມລິກາ ເຊິ່ງເປັນເລື່ອງທີ່ບໍ່ມີຂໍ້ມູນ.

ເມື່ອວັນທີ 7 ສິງຫາ ທີ່ຜ່ານມາ TikTok  ໄດ້ໂພສລົງບລັອກ ຫຼັງຈາກທີ່ຜູ້ນຳອາເມລິກາອອກຄຳສັ່ງຫ້າມ ການດຳເນີນການດັ່ງກ່າວ ສ້າງຄວາມກັງວົນ ແລະ ບໍລິສັດຈະດຳເນີນການທຸກຊ່ອງທາງເພື່ອຫາວິທີທາງແກ້ໄຂ.

ທັງນີ້, ທຣໍ້າ ໄດ້ລົງນາມຄຳສັ່ງປະທານາທິບໍດີ ສັ່ງຫ້າມບໍ່ໃຫ້ບຸກຄົນ ຫຼື ບໍລິສັດອາເມລິກາເຮັດທຸລະກຳໃດໆກັບບໍລິສັດ ໄບແດນຊ໌ (ByteDance) ເຊິ່ງເປັນບໍລິສັດເຈົ້າຂອງ ຕິ໊ກຕັອກ ໂດຍມີຜົນບັງຄັບໃຊ້ໃນອີກ 45ວັນ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...