ອາການຂອງພະຍາດໃນຊ່ອງຄອດ

ຫຼາຍຄົນອາດຢາກຮູ້ອາການທີ່ບົ່ງບອກວ່າກຳລັງຕິດເຊື້ອພະຍາດໃນຊ່ອງຄອດ ໂດຍພະຍາດນີ້ບໍ່ໄດ້ສະແດງອາການຜິດປົກກະຕິໃນຜູ້ຕິດເຊື້ອທຸກຄົນ ສະນັ້ນຈິ່ງເຮັດໃຫ້ຜູ້ຕິດເຊື້ອຫຼາຍຄົນບໍ່ຮູ້ສຶກຕົວວ່າຕົນເອງກຳລັງຕິດເຊື້ອພະຍາດນີ້ຢູ່ ຈິ່ງແຜ່ເຊື້ອໃຫ້ຄູ່ນອນໄດ້ງ່າຍໆ ແຕ່ຈະມີຜູ້ຕິດເຊື້ອປະມານ 20-30% ທີ່ຈະມີອາການປະກົດໃຫ້ເຫັນ

– ຜູ້ຊາຍ : ໂດຍທົ່ວໄປແລ້ວມັກຈະບໍສະແດງອາການ ແຕ່ບາງຄົນອາດຈະຮູ້ສຶກຄັນບໍລິເວນອະໄວຍະວະເພດ ຫຼື ມີອາການປັດສະວະແສບ ເນື່ອງຈາກພາວະທໍ່ປັດສະວະອັກເສບ ຫຼື ຕ່ອມລູກໝາກອັກເສບ ບາງຄົນອາດມີມູກໃສໆ ອອກມາຈາກທໍ່ປດສະວະ ຮູ້ສຶກປວດອັນທະ ຫຼື ພົບອາການອັກເສບທີ່ໜັງຫຸ້ມປາຍອົງຄະຊາດ

– ແມ່ຍິງ : ມັກຈະສະແດງອາການຊັດເຈນ ໂດຍອາການເດັ່ນໆທີ່ເຫັນແມ່ນ ຕົກຂາວຜິດປົກກະຕິເຊັ່ນ: ມີຕົກຂາວຫຼາຍ ອາດມີສີເຫຼືອງ ເປັນຟອງ ມີກິ່ນເໝັນ ເພາະເຊື້ອຈະເຂົ້າໄປເຮັດໃຫ້ຊ່ອງຄອດຕິດເຊື້ອ ແລະ ອັກເສບ ຈິ່ງມີການສະສົມຂອງເມັດເລືອດຂາວຫຼາຍຂຶ້ນ ເຮັດໃຫ້ສານຄັດຫລັ່ງອອກຈາກຊ່ອງຄອດມີຫຼາຍຂຶ້ນ ຮວມກັບມີອາການຄັນທີ່ຊ່ອງຄອດ ຮູ້ສຶກແສບເວລາປັດສະວະ  ເປັນພື່ນແດງ ແລະ ເຈັບບໍລິເວນອະໄວຍະວະເພດ ຫຼື ຮູ້ສຶກເຈັບໃນເວລາມີເພດສຳພັນ ຊ່ອງຄອດບວມແດງ ຫາກເປັນຊ່ວງມີປະຈຳເດືອນຈະມີອາການຮຸນແຮງ