spot_img
Homeຂ່າວພາຍ​ໃນໄພພິບັດຢູ່ 3 ເມືອງ ແຂວງຫົວພັນ ເສຍຫາຍ 37 ຕື້ກ່ວາກີບ

ໄພພິບັດຢູ່ 3 ເມືອງ ແຂວງຫົວພັນ ເສຍຫາຍ 37 ຕື້ກ່ວາກີບ

Published on

ວັນທີ 30 – 31 ກໍລະກົດ ທີ່ຜ່ານມາ, ທ່ານພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ ທັງເປັນປະທານຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງ, ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາຜົນກະທົບຈາກໄພພິບັດຢູ່ 3 ເມືອງຂອງແຂວງຫົວພັນຄື: ເມືອງຫົວເມືອງ, ເມືອງຮ້ຽມ ແລະ ເມືອງຊ່ອນ, ສະພາບຄວາມເສຍຫາຍເບື້ອງຕົ້ນ ຈາກໄພພິບັດທີ່ເກີດຂຶ້ນໃນວັນທີ 24 – 25 ກໍລະກົດທີ່ຜ່ານມາ ເຮັດໃຫ້ພື້ນທີ່ທໍາການຜະລິດ, ສັດລ້ຽງ, ເສັ້ນທາງ, ຂົວຂ້າມນໍ້າ, ສາຍໄຟຟ້າ, ສາຍສັນຍານໂທລະສັບຂາດຫາຍຫຼາຍຈຸດ, ລະບົບນໍ້າສະອາດ, ເຮືອນປະຊາຊົນ, ສິ່ງປຸກສ້າງຕ່າງໆ ເສຍຫາຍຢ່າງໜັກໜ່ວງ.

May be an image of 2 people and tree

ເມືອງຫົວເມືອງ ດິນເຈື່ອນທັບຖົມເຮືອນ 1 ຫຼັງ, ເນື້ອທີ່ນາ 177 ເຮັກຕາກ່ວາ, ເນື້ອທີ່ໄຮ່ສາລີ 36 ເຮັກຕາກ່ວາ, ໜອງປາ 55 ໜອງ, ປາ 1 ພັນ 400 ກ່ວາກິໂລ, ຄອງເໝືອງ 1 ພັນກ່ວາແມັດ, ທໍ່ 265 ໂຄ້ງ, ທາງຊົນນະບົດເລກທີ 3220 ຍາວ 11 ກິໂລແມັດເຄິ່ງ, ເສົາໄຟຟ້າຫັກ 4 ຕົ້ນ, ນໍ້າລິນ 11 ຈຸດ, ຄວາມຍາວທໍ່ຢາງ 1 ພັນ 600 ແມັດ, ເມືອງຮ້ຽມ ເນື້ອທີ່ນາເສຍຫາຍ 129 ເຮັກຕາກ່ວາ, ເນື້ອທີ່ໄຮເຂົ້າ 12 ເຮັກຕາກ່ວາ, ໄຮສາລີ 100 ເຮັກຕາກ່ວາ, ສັດປີກ 215 ໂຕ, ສັດໃຫຍ່ປະເພດ ງົວ, ຄວາຍ, ແບ້, ໝູ 14 ໂຕ, ໜອງປາ 38 ໜອງຊົນລະປະທານ, ຄອງເໝືອງ ແລະ ທໍ່ນໍ້າໃສ່ນາ, ເສົາໄຟຟ້າລົ້ມ 48 ຕົ້ນ, ສາຍໄຟຂາດ 680 ຈຸດ, ຄອນສາຍຫັກ 43 ຈຸດ, ນໍ້າລິນໄດ້ຮັບຜົນກະທົບ 10 ບ້ານ, ເສັ້ນທາງ 1C ເຄື່ອນຍ້າຍດິນເຈື່ອນ ແລະ ສິ່ງກີດຂວາງມີບໍລິມາດ 36 ພັນ 300 ກ່ວາແມັດກ້ອນ, ເສັ້ນທາງເລກທີ 3209 ດິນເຈື່ອນ ມີບໍລິມາດ 9 ພັນ 500 ກ່ວາແມັດກ້ອນ.

May be an image of 3 people

ເມືອງຊ່ອນ ມີບ້ານໄດ້ຮັບຜົນກະທົບ 19 ບ້ານ, ເຮືອນເປ່ເພ 24 ຫຼັງ ເສຍຫາຍ 100% 4 ຫຼັງ ແລະ ຊັບສິນຕ່າງໆ, ນໍ້າໄຫຼຊຸ, ດິນຖົມເນື້ອທີ່ນາ ເສຍຫາຍ 180 ເຮັກຕາກ່ວາ, ໜອງປາ 30 ກ່ວາໜອງ, ສັດປີກເສຍຫາຍ 100 ກ່ວາໂຕ, ງົວ 1 ໂຕ, ຊົນລະປະທານຖາວອນເສຍຫາຍ 2 ແຫ່ງ, ຝາຍໄມ້ເປ່ເພເສຍຫາຍ 13 ແຫ່ງ, ຄອງເໝືອງຖືກດິນຖົມ ບໍ່ສາມາດສະໜອງນໍ້າມສ່ນາໄດ້ ປະມານ 200 ເຮັກຕາກ່ວາ, ເສົາໄຟຟ້າຫັກ, ລົ້ມ 35 ເສົາ, ເຮືອນຈັກໄຟຟ້າຂະ ໜາດນ້ອຍ ພ້ອມເຮືອນນອນພະນັກງານຖືກນໍ້າຖ້ວມ, ເຊາະເຈື່ອນໄຫຼ ທົ່ວເມືອງບໍ່ມີໄຟຟ້າໃຊ້, ທາງເປ່ເພຫຼາຍຈຸດ ຂົວອູ່ເປ່ເພ 2 ແຫ່ງ, ປະຕູໂຂງເຂົ້າເມືອງ 1 ແຫ່ງ, ລະບົບນໍ້າເປ່ເພ ພາຍໃນເທດສະບານບໍ່ມີນໍ້າສະອາດໃຊ້.

May be an image of 10 people, tree and grass

ຕາມການລົງເກັບກໍາຂໍ້ມູນໃນເບື້ອງຕົ້ນ ເຫັນວ່າຜົນເສຍຫາຍທັງສາມເມືອງລວມທັງໝົດ 37 ຕື້ກ່ວາກີບ, ໃນນີ້ເມືອງຫົວເມືອງເສຍຫາຍ 2 ຕື້ກ່ວາກີບ, ເມືອງຮ້ຽມ 16 ຕື້ກ່ວາກີ ແລະ ເມືອງຊ່ອນ 18 ຕື້ກ່ວາກີບ, ສ່ວນລາຍລະອຽດຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງຈະໄດ້ພ້ອມກັນສືບຕໍ່ລົງເກັບກໍາຂໍ້ມູນ ຜົນເສຍຫາຍຈາກໄພພິບັດໃນຄັ້ງນີ້ຄື້ນຕື່ມອີກ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...