spot_img
Home​ຂ່າວທ່ອງທ່ຽວວິທະຍາໄລເຕັກນິກແຂວງວຽງຈັນ ສ້າງໂຮງແຮມ ແລະ ຮ້ານອາຫານຈໍາລອງສຳລັບຝຶກປະຕິບັດ

ວິທະຍາໄລເຕັກນິກແຂວງວຽງຈັນ ສ້າງໂຮງແຮມ ແລະ ຮ້ານອາຫານຈໍາລອງສຳລັບຝຶກປະຕິບັດ

Published on

ໃນວັນທີ 2 ພະຈິກ 2020 ທີ່ຜ່ານມາ ວິທະຍາໄລເຕັກນິກແຂວງວຽງຈັນ ໄດ້ເປີດຫ້ອງຝຶກປະຕິບັດແຫ່ງໃໝ່ກໍຄື ໂຮງແຮມ ແລະ ຮ້ານອາຫານຈໍາລອງ ເພື່ອໃຫ້ນັກສຶກສາໄດ້ຝຶກການປະຕິບັດໜ້າວຽກຕົວຈິງ ໃນຫ້ອງຝຶກປະຕິບັດທີ່ທັນສະໄໝ ແລະ ສົມຈິງຍິ່ງຂຶ້ນ.

ມີ 6 ຫ້ອງນອນໃນໂຮງແຮມຝຶກປະຕິບັດ ແລະ ຫ້ອງອາຫານຝຶກປະຕິບັດສາມາດຮອງຮັບແຂກໄດ້ 32 ບ່ອນນັ່ງ ເຊິ່ງຈະບໍລິການໂດຍນັກສຶກສາການທ່ອງທ່ຽວ ແລະ ການບໍລິການ. ໂຄງການນີ້ມີມູນຄ່າໃນການສ້າງ 5 ແສນເອີໂຣ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນມິຖຸນາ 2019 ແລະ ໃຊ້ເວລາ 12 ເດືອນຈຶ່ງສ້າງສຳເລັດ.

ໂຄງການທັກສະເພື່ອການທ່ອງທ່ຽວຍັງຊ່ວຍວິທະຍາໄລເຕັກນິກແຂວງວຽງຈັນໃນການກຳນົດ ແລະ ສ້າງລະບົບການປະຕິບັດງານທີ່ຈຳເປັນໃນການດຳເນີນການສ້າງສະຖານທີ່ຝຶກອົບຮົມຕົວຈິງພ້ອມທັງສ້າງຄວາມສາມາດໃນການບໍລິຫານຈັດການສະຖານທີ່ໃຫ້ມີຄວາມຍືນຍົງ.

ການເປີດສະຖານທີ່ຝຶກອົບຮົມແຫ່ງໃໝ່ນີ້ກີດຂຶ້ນໃນໄລຍະການແຜ່ລະບາດຂອງໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ວັງວຽງ ເຊິ່ງເປັນສະຖານທີ່ທ່ອງທ່ຽວຍອດນິຍົມ ຂອງ ສປປ ລາວ.

ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ໄດ້ກ່າວວ່າ ເຖິງແມ່ນວ່າຂະແໜງດັ່ງກ່າວໄດ້ຮັບຜົນກະທົບຢ່າງໜັກຈາກວິກິດການລະບາດໂຄວິດ-19, ສປປ ລາວ ຈະສືບຕໍ່ມຸ່ງໜ້າໄປສູ່ຈຸດໝາຍ ໃນການສະໜອງອາຊີບ ແລະ ການສຶກສາດ້ານເຕັກນິກ ສິ່ງອຳນວຍຄວາມສະດວກ ເຊິ່ງສະຖານທີ່ການຝຶກອົບຮົມນີ້ຊີ້ໃຫ້ເຫັນການແກ້ໄຂບັນຫາ.

ສ່ວນລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ກ່າວວ່າ ການໃຫ້ນັກຮຽນໄດ້ສຳພັດກັບສະພາບແວດລ້ອມການບໍລິການຕົວຈິງຢູ່ໂຮງຮຽນ ແລະ ໂຮງຮຽນວິທະຍາໄລເຕັກນິກແຂວງວຽງຈັນ ຈະຊ່ວຍຍົກສູງຄຸນນະພາບການສຶກສາ ພ້ອມທັງຮັບປະກັນໃຫ້ຜູ້ທີ່ຮຽນຈົບຫຼັກສູດການທ່ອງທ່ຽວ ແລະ ການຕ້ອນຮັບແຂກໄດ້ຄວາມຮູ້ ແລະ ທັກສະໃນອຸດສາຫະກຳຕ້ອງການ.

ການຈັດຕັ້ງສະຖານທີ່ຝຶກອົບຮົມແມ່ນສ້າງຂຶ້ນໃນຈຸດປະສົງສຳລັບໂຄງການທ່ອງທ່ຽວເພື່ອປັບປຸງສະຖານທີ່ຝຶກອົບຮົມ ແລະ ມາດຕະຖານຂອງວິທະຍາໄລເຕັກນິກວິຊາຊີບໃນ ສປປ ລາວ.

ປັດຈຸບັນ, ວິທະຍາໄລເຕັກນິກແຂວງວຽງຈັນເປີດສອນຫຼັກສູດຊັ້ນກາງ ສອງປີ ໃນສາຂາການທ່ອງທ່ຽວ ແລະ ໂຮງແຮມ ເຊິ່ງສາມາດຮຽນຕໍ່ໃນລະດັບຊັ້ນສູງ ສາຂາ ການການບໍລິຫານຮ້ານອາຫານ ແລະ ລະດັບຊັ້ນສູງສາຂາການເດີນທາງ ແລະ ການທ່ອງທ່ຽວ. ໃນສົກຮຽນປີ 2019, ມີນັກຮຽນເຂົ້າຮຽນຫຼາຍກວ່າ 130 ຄົນ ແລະ ຄາດວ່າຈະມີນັກຮຽນຈໍານວນເທົ່າກັນມາສະໝັກຮຽນໃນສົກປີ 2020 ນີ້.

ເມື່ອເປີດເປັນທາງການແລ້ວ, ຄາດວ່າຈະສາມາດນໍາໃຊ້ຫ້ອງຝຶກປະຕິບັດໂຮງແຮມ ແລະ ຮ້ານອາຫານ ໃນການຕ້ອນນັກທ່ອງທ່ຽວທ້ອງຖິ່ນ ທີ່ໄດ້ມາຈາກການປຸກລະດົມຂອງແຄມເປນ ລາວທ່ຽວລາວ ແລະ ທາງດ່ວນທີ່ຈະເປີດໃຫ້ບໍລິການໄວໆນີ້.

ການກໍ່ສ້າງ ແລະ ການດຳເນີນງານຂອງໂຮງແຮມ ແລະ ຮ້ານອາຫານໂຮງຮຽນ ຝຶກປະຕິບັດ ແມ່ນໄດ້ຮັບການສະໜັບສະໜູນງົບປະມານຈາກລັດຖະບານ ສປປ ລາວ – ລຸກຊໍາບວກ ແລະ ສະວິດເຊີແລນ ເຊິ່ງດຳເນີນການໂດຍກະຊວງສຶກສາທິການ ແລະ ກີລາ ແລະ ອົງການ LuxDev.

ຮຽບຮຽງຂ່າວ: ພູດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...