spot_img
Homeຂ່າວຕ່າງປະເທດໂດນັນ ທຣັມ ຄວ້າໄຊຊະນະ! ຖືກເລືອກຕັ້ງເປັນ ປະທານາທິບໍດີ ຄົນທີ 45 ຂອງສະຫະລັດອາເມຣິກາ!

ໂດນັນ ທຣັມ ຄວ້າໄຊຊະນະ! ຖືກເລືອກຕັ້ງເປັນ ປະທານາທິບໍດີ ຄົນທີ 45 ຂອງສະຫະລັດອາເມຣິກາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ພະຈິກນີ້ວ່າ ຜົນການນັບຄະແນນສຽງເລືອກຕັ້ງ ປະທານາທິບໍດີ ສະຫະລັດອາເມຣິກາ ຢ່າງເປັນທາງການພົບວ່າ ທ່ານ ໂດນັນ ທຣັມ ຕົວແທນຈາກພັກຣີພາບລິກັນ ໄດ້ຮັບໄຊຊະນະ ກາຍເປັນປະທານາທິບໍດີ ສະຫະລັດອາເມຣິກາ ຄົນທີ 45 ຕໍ່ຈາກ ທ່ານ ບາຣັກ ໂອບາມາ ໂດຍໄດ້ຮັບຄະແນນສຽງສະໜັບສະໜູນ 276 ສຽງ, ໃນຂະນະທີ່ ທ່ານ ນາງ ຮີນລາຣີ ຄລີນຕັນ ຄູ່ແຂ່ງຈາກພັກເດໂມແຄຣັດ ໄດ້ 218 ຄະແນນ.

ທ່ານ ໂດນັນ ທຣັມ ຫລື ຊື່ເຕັມ ໂດນັນ ຈອນ ທຣັມ (Donald John Trump) ເກີດເມື່ອວັນທີ 14 ມິຖຸນາ 1946 ເປັນນັກທຸລະກິດຜູ້ຊົງອິດທິພົນ, ເປັນນັກຂຽນ ແລະ ເປັນທັງຜູ້ດຳເນີນລາຍການທາງໂທລະພາບ, ທ່ານເປັນປະທານເຈົ້າໜ້າທີ່ຜູ້ບໍລິຫານຂອງ ບໍລິສັດ ທຣັມອໍເກໄນເຊຊັນ ຜູ້ພັດທະນາອະສັງຫາລິມະຊັບຢູ່ ສະຫະລັດອາເມຣິກາ, ທັງຍັງເປັນຜູ້ກໍ່ຕັ້ງ ບໍລິສັດ ທຣັມເອນເຕີເທນເມັນຣີສອດ ທີ່ມີກິດຈະການກາສິໂນ ແລະ ໂຮງແຮມຫລາຍແຫ່ງໃນທົ່ວໂລກ ຊຶ່ງດ້ວຍການໃຊ້ຊີວິດທີ່ຫລູຫລາ ແລະ ເປັນຄົນເວົ້າກົງໄປກົງມາ ຈຶ່ງເຮັດໃຫ້ທ່ານມີຊື່ສຽງ ຈົນກ້າວເຂົ້າສູ່ເສັ້ນທາງການເມືອງ ດ້ວຍການລົງຮັບສະໝັກ ເປັນປະທານາທິບໍດີ ສະຫະລັດອາເມຣິກາ ສັງກັດພັກສາທາລະນະ ຫລື ພັກຣີພາບລິກກັນ.

559000011591104

Republican presidential nominee Donald Trump and his wife Melania Trump vote at PS 59 in New York, New York, U.S. November 8,  2016.   REUTERS/Carlo Allegri
ທ່ານ ໂດນັນ ທຣັມ ແລະ ພັນລະຍາ ໃນລະຫວ່າງເຂົ້າຄູຫາເລືອກຕັ້ງ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...