spot_img
Homeຂ່າວນໍ້າຖ້ວມເມືອງປາກແຊງ-ໂພນໄຊ ນ້ຳຖ້ວມຮ້າຍແຮງໃນຮອບຫຼາຍປີ

ເມືອງປາກແຊງ-ໂພນໄຊ ນ້ຳຖ້ວມຮ້າຍແຮງໃນຮອບຫຼາຍປີ

Published on

ເມືອງປາກແຊງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄັ້ງໃຫຍ່ໃນຮອບຫຼາຍປີ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫຼາຍວັນໄດ້ເຮັດໃຫ້ບັນດາແມ່ນ້ຳ ແລະນ້ຳຫ້ວຍນ້ອຍຫຼາຍສາຍເກີດນອງໃຫຍ່ໄຫຼຊຸເອົາຕົ້ນໄມ້

ກີ່ງໄມ້ລົງສູ່ແມ່ນ້ຳເຊືອງ ແລະ ແມ່ນ້ຳແຊງ, ມາຮອດວັນທີ 20 ສິງຫານີ້ ເຮັດໃຫ້ແມ່ນນໍ້າທັງສອງສາຍມີປະລິມານສູງຍື່ງຂຶ້ນຖ້ວມບ້ານເຮືອນຂອງປະຊາຊົນໃນ 15 ບ້ານ, ມີ 108 ຄອບຄົວທີ່ຢູ່ລຽບຕາມແຄມແມ່ນໍ້າສອງສາຍສ້າງຄວາມເສຍຫາຍຢ່າງໜັກໜ່ວງພໍສົມຄວນ.

ທ່ານ ສຸກດາວັນ ພັນຈັກຂັນ ຮອງເຈົ້າເມືອງປາກແຊງໄດ້ໃຫ້ສໍາພາດວ່າ: ຕາມການເກັບກຳຂໍ້ມູນເບື້ອງຕົ້ນມູນຄ່າການເສຍຫາຍມີເຖິງ 2,4 ຕື້ກ່ວາກີບ, ໄພນ້ຳຖ້ວມໃນຄັ້ງນີ້ ໄດ້ສົ່ງຜົນເຮັດໃຫ້ສັດລ້ຽງ ແລະຜົນຜະລິດຂອງປະຊາຊົນເສຍຫາຍເປັນຈຳນວນຫຼາຍ, ຮ້າຍແຮງໄປກວ່ານັ້ນແມ່ນນ້ຳໄດ້ໄຫຼເຂົ້າຖ້ວມບ້ານເຮືອນຂອງ ປະຊາຊົນເຮັດໃຫ້ເຄື່ອງນຸ່ງຮົ່ມ, ເຄື່ອງໃຊ້ໃນຄົວເຮືອນກະທົບເຖິງພື້ນຖານໂຄງລ່າງເຊັ່ນ ເສັ້ນທາງຖືກຕັດຂາດ 3 ເສັ້ນ ໂດຍສະເພາະແມ່ນເສັ້ນທາງເຊື່ອມຕໍ່ຫາເມືອງວຽງຄຳ ແລະເສັ້ນທາງເຂົ້າຫາບ້ານປະຊາຊົນ, ຕໍ່ກັບສະພາບການດັ່ງກ່າວການນຳຂອງເມືອງໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຂອງເມືອງລົງເກັບກຳຂໍ້ມູນລາຍລະອຽດຢູ່ບັນດາບ້ານທີ່ຖືກຜົນກະທົບຄືນຕື່ມຄາດວ່າ

ຈະມີການລາຍງານຂໍ້ມູນເພີ່ມເຕີມຕື່ມພາຍໃນອາທິດນີ້ ສຳລັບການຊ່ວຍເຫຼືອນັ້ນ ປະຈຸບັນພວມປຸກລະດົມທຸກພາກສ່ວນເພື່ອໃຫ້ການຊ່ວຍເຫຼືອ, ໂອກາດນີ້ ທ່ານ ຮອງເຈົ້າເມືອງໄດ້ຮຽກຮ້ອງມາຍັງທົ່ວສັງຄົມ ໂດຍສະເພາະແມ່ນພາກສ່ວນ ກ່ຽວຂ້ອງຂອງແຂວງ ແລະສູນກາງ ລວມທັງບັນດາຫົວໜ່ວຍທຸລະກິດຈົ່ງພ້ອມກັນໃຫ້ການຊ່ວຍເຫຼືອແກ່ປະຊາຊົນທີ່ຖືກຜົນກະທົບເນື່ອງຈາກມີຫຼາຍຄອບຄົວພົບຄວາມຫຍຸ້ງຍາກເຊັ່ນ ຂາດ ເຂົ້າກີນ, ເຄື່ອງນຸ່ງຫົ່ມ, ແລະອື່ນໆ ທ່ານ ໃດຕ້ອງການໃຫ້ການຊ່ວຍເຫຼືອແມ່ນສາມາດພົວພັນໄດ້ໂດຍກົງກັບການນຳຂອງເມືອງ ຫຼື ຈະມອບຜ່ານຫ້ອງວ່າການປົກຄອງແຂວງຫຼວງພະບາງກໍ່ໄດ້.

ເຊັ່ນດຽວກັນໃນວັນທີ 19 ສິງຫານີ້ເມືອງໂພນໄຊໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໂດຍເກີດຈາກຝົນຕົກຕິດຕໍ່ກັນຫຼາຍວັນເຮັດໃຫ້ແມ່ນ້ຳປາເກີດນອງໃຫຍ່ໄຫຼຊຸເອົາກີ່ງໄມ້ນ້ອຍໃຫຍ່ ແລະ ຕົ້ນໄມ້ທີ່ຢູ່ລຽບຕາມແຄມນ້ຳປາລົ້ມ ນອນເປັນພື້ນທີ່ກວ້າງ, ຮ້າຍແຮງກ່ວາ ນັ້ນແມ່ນມີເຮືອນຂອງປະຊາຊົນບາງຫຼັງຖືກນ້ຳໄຫຼຊຸ ແລະພື້ນທີ່ທຳການຜະລິດ ກໍ່ເສຍຫາຍຢ່າງຫຼວງຫຼາຍ ປະຈຸບັນການນຳຂອງເມືອງໄດ້ຊີ້ນຳໃຫ້ທຸກພາກສ່ວນລົງເກັບກຳຂໍ້ມູນມາຮອດຕອນບ່າຍຂອງ ວັນທີ 21 ສິງຫາ ລາຍງານເບື້ອງຕົ້ນ ລະບຸວ່າ: ມີປະຊາຊົນໃນ 7 ກຸ່ມບ້ານພັດ ທະນາແລະ 1 ບ້ານໃຫຍ່ ຈຳນວນ 166ຄອບຄົວຖືກຜົນກະທົບ, ໃນນີ້ ມີເຮືອນ ທີ່ຖືກນ້ຳຊຸໄຫຼ 10 ຫຼັງຄາເຮືອນ, ພື້ນຖານໂຄງລ່າງທີ່ຈຳເປັນແມ່ນໄດ້ຮັບຄວາມ ເສຍຫາຍເຊັ່ນ: ລະບົບໄຟຟ້າ, ນ້ຳປະປາ, ນ້ຳລີນ, ເສັ້ນທາງຫຼາຍຈຸດຖືກຕັດຂາດ, ຂົວຂ້າມນ້ຳປາມີຄວາມສ່ຽງໃນການຊົມ ໃຊ້, ສ່ວນປະຊາຊົນຫຼາຍຄອບຄົວກໍ່ຂາດ ນ້ຳກິນ, ນ້ຳໃຊ້, ສະບຽງອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ທີ່ຈຳເປັນອື່ນໆ.

ນອກຈາກປະຊາຊົນຊາວ ເມືອງໂພນ ໄຊແລ້ວປະຊາຊົນຊາວຫຼວງພະບາງທີ່ອາໄສຢູ່ແຄມແມ່ນ້ຳປາກໍ່ໄດ້ຮັບຜົນກະທົບເຊັ່ນກັນ ໂດຍສະເພາະແມ່ນພື້ນທີ່ທຳ ການຜະລິດເຂດບ້ານຜາວຽງ, ຜາແດງແມ່ນເສຍຫາຍໜັກລວມທັງບ້ານເຮືອນ ຂອງປະຊາຊົນຈຳນວນໜຶ່ງກໍໄດ້ຮັບຜົນ ເສຍຫາຍ.

ໂດຍເຫັນໄດ້ເຖິງຄວາມຈຳເປັນ ທ່ານ ບົວຄົງ ນາມມະວົງ ຮອງເຈົ້າແຂວງຫຼວງພະບາງພ້ອມດ້ວຍຜູ້ຕາງໜ້າຈາກພະແນກການຂອງແຂວງໄດ້ນຳເອົາເງີນສົດ 10 ລ້ານກີບ ພ້ອມດ້ວນສະບຽງອາ ຫານຈຳນວນໜຶ່ງໄປມອບໃຫ້ແກ່ການ ນຳຂອງເມືອງໂພນໄຊ ເພື່ອນຳໄປແຈກ ຢາຍໃຫ້ກັບປະຊາຊົນທີ່ຖືກຜົນກະທົບພ້ອມກັນນັ້ນການນຳຂອງເມືອງກໍ່ໄດ້ມີການປຸກລະດົມບັນດານັກທຸລະກິດໃຫ້ຮ່ວມປະກອບສ່ວນວັດຖຸປັດໄຈໃຫ້ແກ່ ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ແຕ່ກໍ່ຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຕົວຈິງ.

ຂ່າວຈາກ: 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...