spot_img
Homeຂ່າວຕ່າງປະເທດເດນມາກປະກາດຍົກເລີກມາດຕະການປ້ອງກັນໂຄວິດ-19 ພາຍໃນປະເທດ

ເດນມາກປະກາດຍົກເລີກມາດຕະການປ້ອງກັນໂຄວິດ-19 ພາຍໃນປະເທດ

Published on

ເວັບໄຊ Sanook ລາຍງານ: ລັດຖະບານເດນມາກປະກາດຍົກເລີກມາດຕະການປ້ອງກັນໂຄວິດ-19 ພາຍໃນປະເທດທັງໝົດ ພ້ອມເຜີຍວ່າ ເຊື້ອໂຄວິດຈະບໍ່ແມ່ນໄພອັນຕະລາຍຮ້າຍແຮງຕໍ່ສັງຄົມອີກຕໍ່ໄປ ເຊິ່ງໄດ້ເປີດໂອກາດໃຫ້ປະຊາຊົນກັບມາໃຊ້ຊີວິດປົກກະຕິອີກຄັ້ງໃນຮອບສອງປີ ນັບແຕ່ມີການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນ່າ.

ປະກາດດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດເປັນທາງການນັບແຕ່ວັນທີ 10 ກັນຍາເປັນຕົ້ນໄປ ເຊິ່ງລັດຖະບານເຊື່ອໝັ້ນວ່າ ຫົວໃຈຫຼັກຂອງການຍົກເລີກມາດຕະການໂຄວິດຄັ້ງນີ້ ກໍແມ່ນ “ວັກຊີນ” ແລະ “ຄວາມເຊື່ອໝັ້ນ” ທີ່ປະຊາຊົນ ແລະ ລັດຖະບານມີຕໍ່ກັນ ຂະນະທີຈຳນວນປະຊາກອນທີ່ສັກວັກຊີນຄົບສອງເຂັມບັນລຸ 73%, ສ່ວນຜູ້ທີ່ມີອາຍຸ 65 ປີຂຶ້ນໄປ ແມ່ນໄດ້ຮັບວັກຊີນຄົບສອງເຂັມກວມ 96%. ການຍົກເລີກມາດຕະການປ້ອງກັນໂຄວິດ-19 ໃນເດນມາກລວມມີ: ບໍ່ມີການຮັກສາໄລຍະຫ່າງທາງສັງຄົມ, ບໍ່ຈຳເປັນສວມໃສ່ຜ້າປິດປາກ-ດັງ ຍົກເວັ້ນສະໜາມບິນ ລວມທັງຈຸດກວດເຊື້ອ ແລະ ໂຮງໝໍ, ແລະ ບໍ່ຈຳເປັນຕ້ອງສະແດງພາສປອດວັກຊີນ.

ຢ່າງໃດກໍຕາມ, ຈຳນວນຜູ້ຕິດເຊື້ອລາຍວັນໃນເດນມາກຂະນະນີ້ມີປະມານ 500 ຄົນຕໍ່ວັນ ໂດຍມີອັດຕາການແຜ່ເຊື້ອທີ່ 0.7, ໝາຍຄວາມວ່າ ຜູ້ຕິດເຊື້ອໂຄວິດ 1 ຄົນ ສາມາດແຜ່ເຊື້ອໄປສູ່ຄົນອື່ນໄດ້ 0.7 ຄົນ ແລະ ມີແນວໂນ້ມຫຼຸດລົງເລື້ອຍໆ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...