spot_img
Homeຂ່າວຕ່າງປະເທດອິນໂດເນເຊຍ ກາຍເປັນຜູ້ສະໜອງສາລ່າຍ ໃຫຍ່ສຸດຂອງໂລກ

ອິນໂດເນເຊຍ ກາຍເປັນຜູ້ສະໜອງສາລ່າຍ ໃຫຍ່ສຸດຂອງໂລກ

Published on

400vvv

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ທ່ານ ນັສ ນູຈູເລີຍ ຜູ້ອຳນວຍ​ໃຫຍ່ ຮັບຜິດຊອບ​ ດ້ານການພັດທະນາ​ສົ່ງ​ອອກ ຂອງກະຊວງ​ການ​ຄ້າ ອິນ​ໂດ​ເນ​ເຊຍ ໃຫ້​ຮູ້​ວ່າ: ປະເທດນີ້ ​ໄດ້​ກາຍ​ເປັນ​ຜູ້​ສະໜອງ​ ສາລ່າ​ຍ​​ແຫ່ງໃຫຍ່​ສຸດ​ ຂອງ​ໂລກ ແລະ ສາມາດກວມ​ເອົາ ​ສ່ວນ​ແບ່ງ​​ຕະຫລາດ 26,5% ຖັດມາແມ່ນ ຊີ​ເລ ​17%, ສ.​ເກົາຫລີ 16%, ຈີ​ນ 8% ​ແລະ ຟິລິບ​ປິນ​ 6% ຂອງຍອດຈຳນວນ ຄວາມຕ້ອງການ ໃນທ່ົວໂລກ.

ປັດຈຸບັນ, ອິນ​ໂດ​ເນ​ເຊຍ ພວມ​ສືບ​ຕໍ່ ​ສະໜັບສະໜູນ ການ​ກໍ່ສ້າງ ບັນດາ​ພື້ນຖານ ການ​ຜະລິດ​ ສາ​ລ່າຍ ​ແລະ​ ​ ປະຕິບັດ​ ແຜ​ນພັດທະນາ ​ຂະ​ແໜງ​ສາ​ຫລ່າຍ ​​ເພື່ອ​ສ້າງ​ ລະບົບ​ຕ່ອງ​ໂສ້​ ມູນ​ຄ່າ​ ຈາກ​ຊາວ​ກະສິກອນ ​ເຖິງ​ ຜູ້​ບໍລິ​​ໂພ​ກ, ພ້ອມກັນນັ້ນ ຍັງເພີ່ມທະວີ ຮ່ວມມື ກັບ ບັນດາປະເທດ ໃນພາກພື້ນ ເພື່ອຊຸກຍູ້ ຂະແໜງການ ຜະລິດໃຫ້ມີ ທ່າແຮງເພີ່ມຂຶ້ນ, ໃນນັ້ນລວມມີ ການຮ່ວມມື ລະຫວ່າງ ສະມາຄົມ ສາຫລ່າຍ ອິນໂດເນເຊຍ(Arli) ກັບ ສະມາຄົມ ອຸດສາຫະກຳ ສາຫລ່າຍ ຟິລິບປີນ (SIAP).

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...