spot_img
Homeຂ່າວຕ່າງປະເທດຣັດເຊຍ-ຄາຊັກສະຖານ ອົບພະຍົບປະຊາຊົນຫຼາຍກວ່າ 100.000 ຄົນໜີໄພນ້ຳຖ້ວມຮຸນແຮງ

ຣັດເຊຍ-ຄາຊັກສະຖານ ອົບພະຍົບປະຊາຊົນຫຼາຍກວ່າ 100.000 ຄົນໜີໄພນ້ຳຖ້ວມຮຸນແຮງ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 10 ເມສາ 2024 ຜ່ານມາ, ທາງການຣັດເຊຍ ແລະ ຄາຊັກສະຖານໄດ້ອອກຄຳສັ່ງໃຫ້ປະຊາຊົນຫຼາຍກວ່າ 100,000 ຄົນອົບພະຍົບໜີໄພນ້ຳຖ້ວມ ເນື່ອງຈາກຫິມະຢູ່ເທີງພູອູລານລະລາຍຢ່າງໄວວາ ຈຶ່ງເຮັດໃຫ້ປະລິມານຫຼວງຫຼາຍໄຫຼລົງສູ່ແມ່ນ້ຳອູລານ ເຊິ່ງເປັນແມ່ນ້ຳທີ່ຍາວທີ່ສຸດເປັນອັນດັບ 3 ຂອງທະວີບເອີຮົບ ເຮັດໃຫ້ລະດັບນ້ຳເພີ່ມຂຶ້ນສູງທີ່ສຸດໃນປະຫວັດສາດ ໃນຊ່ວງວັນທີ 9 ເມສາ 2024 ຜ່ານມາ ແລະ ອາດເຮັດໃຫ້ຣັດເຊຍ ແລະ ຄາຊັກສະຖານປະສົບກັບໄພນ້ຳຖ້ວມທີ່ຮ້າຍແຮງທີ່ສຸດໃນຮອບ 70 ປີ.

ທາງດ້ານປະທານາທິບໍດີ ຣັດເຊຍ ໄດ້ຫາລືກັບ ປະທານາທິບໍດີຄາຊັກສະຖານ ອອກຄຳສັ່ງໃຫ້ປະຊາຊົນກວ່າ 86,000 ຄົນອົບພະຍົບໜີນ້ຳຖ້ວມ ເຊິ່ງກ່ອນໜ້ານີ້ ຊາວຣັດເຊຍໃນເມືອງອອສ ທາງຕອນໃຕ້ຕິດກັບຄາຊັກສະຖານ ໄດ້ປະສົບກັບໄພນ້ຳຖ້ວມສູງເນື່ອງຈາກເຂື່ອງແຫ່ງໜຶ່ງແຕກ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...