spot_img
Homeມູມໄອທີລາວປະເທດອັງກິດຮ່ວມມືກັບປະເທດເຢຍລະມັນ ເພື່ອພັດທະນາລະບົບ 5G

ປະເທດອັງກິດຮ່ວມມືກັບປະເທດເຢຍລະມັນ ເພື່ອພັດທະນາລະບົບ 5G

Published on

<ignore_js_op>

ປະເທດອັງກິດເປີດເຜີຍຄວາມຮ່ວມມືກັບປະເທດເຢຍລະມັນ ໃນໂຄງການການພັດທະນາໃນເຄື່ອຂ່າຍອິນເຕີເນັດ 5G ກາງງານ CeBIT 2014  ເຊິ່ງຢ່າງທີ່ຮູ້ກັນດີຈຸດຂາຍຂອງເທັກໂນໂລຢີນີ້ກໍຄື ຄວາມໄວໃນການດາວໂຫຼດທີ່ໄວຫຼາຍ ເຊັ່ນການດາວໂຫຼດຮູບເງົາແບບເຕັມໄຟລໃນເວລາ 1 ວິນາທີ

ກ່ອນໜ້ານີ້ເອງ ປະເທດຍັກໃຫຍ່ແບບຈີນ ເຊິ່ງນຳໜ້າໂດຍຫົວເວີ່ຍ ແລະເກົາຫຼີໃຕ້ກຳລັງເຊິ່ງຢູ່ໃນລະຫວ່າງການພັດທະນາເທັກໂນໂລຢີ 5G ເຊິ່ງພ້ອມທີ່ຈະໃຊ້ບໍລິການໄດ້ໃນປີ 2020 ຫຼ້າສຸດນີ້ທາງຝັ່ງຍຸໂຣບເລີ່ມໄດ້ມີການເໜັງຕີງໃນເລື່ອງນີ້ແດ່ແລ້ວ ໂດຍນາຍຍົກລັດທະມົນຕີປະເທດອັງກິດຄື ທ່ານ ເດວິດ ແຄເມີຣອນ  ເປີດເຜີຍເຖິງໂຄງການການພັດທະນາອິນເຕີເນັດຄວາມໄວສູງ 5G

ນາຍຍົກລັດຖະມົນຕີປະເທດອັງກິດ ໄດ້ເປີດເຜີຍວ່າ ການວິໄຈໂຄງການພັດທະນາ 5G ນີ້ ມີວົງເງິນປະມານ 73 ລ້ານປອນ ໂດຍຫວັງໃຫ້ 5G ນີ້ ເປັນ Internet of Things ຄື: ການເຮັດໃຫ້ອິນເຕີເນັດເປັນສ່ວນສຳຄັນໃນການໃຊ້ຊີວິດ

“ອະນາຄົດອັນໃກ້ນີ້ ອຸປະກອນຢູ່ໃນບ້ານ ອຸປະກອນໄຟຟ້າ ສິ່ງອຳນວຍຄວາມສະດວກຕ່າງໆ ຈະສາມາດນຳໃຊ້ອິນເຕີເນັດເຊື່ອມຕໍ່ໄດ້ແບບໄຮ້ສາຍ ເຊິ່ງເປັນການອຳນວຍເພີ່ມຄວາມສະດວກໃນການໃຊ້ຊີວິດໃນແຕ່ລະມື້”

ໂດຍໃນຄວາມຮ່ວມມືຄັ້ງນີ້ ເດວິດ ແຄເມີຣອນ ເຊື່ອວ່າ ຈະເຮັດໃຫ້ເກີດການກະຕຸ້ນເສດຖະກິດໃນທະວີດຍຸໂຣບໄດ້ເປັນຢ່າງດີ

ໃນຊ່ວງທ້າຍຜູ້ນຳປະທເດອັງກິດ ເຊື່ອວ່າ ການຮ່ວມມືກັນລະຫວ່າງປະເທດອັງກິດແລະເຢຍລະມັນໃນການພັດທະນາ 5G ນີ້ເປັນສິ່ງທີ່ຖືກຕ້ອງແລະເໝາະສົມຫຼາຍເພາະວ່າ ເພາະວ່າອັງກິດມີຄວາມເກັ່ງໃນດ້ານການພັດທະນາຊ໋ອບແວ ແລະໃນແງ່ມຸມມອງຂອງການອອກແບບ ໃນຂະນະດຽວກັນເຢຍລະມັນກໍມີຄວາມຮູ້ ຄວາມຊ່ຽວຊານໃນດ້ານວິສະວະກຳເປັນຢ່າງດີ ຈຶ່ງເປັນການຮ່ວມມືທີ່ຖືກຄູ່ ແລະຈະສົ່ງຜົນໃນການແຂ່ງຂັນໃນຕະຫຼາດໂລກ

ຄວາມຮູ້ກ່ຽວກັບ 5G ເລັກໆນ້ອຍໆຄື:
o 5G ມີຄວາມໄວກວ່າ 4G ພັນເທົ່າ
o ມີຄວາມໄວເຖິງ 1gbps
o ດາວໂຫຼດໄຟລຂະໜາດ 800MB ໃຊ້ເວລາພຽງ 1 ວິນາທີເທົ່ານັ້ນ
o ມີການຄາດການວ່າເທັກໂນໂລຢີ 5G ຂອງເກົາຫຼີໃຕ້ຈະພ້ອມໃຊ້ງານໃນປີ 2020 ແຕ່ວ່າກ່ອນທີ່ຈະເປີດໃຫ້ໃຊ້ງານ ຈະເລີ່ມທົດສອບໃນປີ 2017
o ສ່ວນຂອງຈີນ ທີ່ຫົວເວີ່ຍເປັນຜູ້ພັດທະນານັ້ນ ຄາດວ່າຈະເປີດໃຫ້ບໍລິການໃນປີ 2020 ຄືກັນ

ທີ່ມາ: http://www.deklao.com/forum.php?mod=viewthread&tid=741

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...