spot_img
Homeຂ່າວຕ່າງປະເທດທ່ານໝໍຕົກໃຈ ເມື່ອໄດ້ຮູ້ຂໍ້ມູນຈາກຜູ້ຊາຍທ້ອງໃຫຍ່ຜູ້ນີ້

ທ່ານໝໍຕົກໃຈ ເມື່ອໄດ້ຮູ້ຂໍ້ມູນຈາກຜູ້ຊາຍທ້ອງໃຫຍ່ຜູ້ນີ້

Published on

ເມື່ອສອບຖາມແລ້ວທ່ານໝໍຕ່າງກໍຕ້ອງງຶດວ່າ ເປັນຫຍັງລາວຈຶ່ງປ່ອຍໃຫ້ໂຕລາວເອງທ້ອງໃຫຍ່ໂດຍທີ່ບໍ່ຄິດຈະໄປຫາໝໍ ໃນລາຍງານໄດ້ລະບຸວ່າ ທ້າວ ຈາງ ເຊິງ ສັງເກດເຫັນຄວາມຜິດປົກກະຕິທີ່ທ້ອງຂອງລາວໃນປີ 2004 ແຕ່ລາວປ່ອຍເອົາໄວ້ຈົນເນື້ອງອກຂະຫຍາຍໃຫຍ່ຂຶ້ນເຖິງ 15 ກິໂລກຣາມ ກ່ອນຕັດສິນໃຈໃຫ້ທ່ານໝໍເຮັດການຜ່າຕັດ.

ທ່ານໝໍຄົນທີ່ຜ່າຕັດໄດ້ເປີດເຜີຍວ່າ ການຜ່າຕັດນຳເອົາເນື້ອງອກອອກຄັ້ງນີ້ມີຄວາມສຽ່ງສູງຫຼາຍໃຊ້ເວລາຫຼາຍກ່ວາ 6 ຊົ່ວໂມງ ແລະຕ້ອງໃຊ້ທ່ານໝໍທີ່ຊ່ຽວຊານ, ທັງນີ້ ທ້າວ ຈາງ ລາວໄດ້ຮັກສາໂຕລາວຢູ່ໃນຫ້ອງໄອຊີຢູ ແລະທ່ານໝໍໄດ້ສັງເກດອາການຢ່າງຕໍ່ເນື່ອງຫຼັງຈາກການຜ່າຕັດ ກໍລະນີແບບນີ້ເຄີຍເກີດຂຶ້ນໃນປີ 2014 ເມື່ອມີເດັກນ້ອຍຊາວຈີນຄົນໜຶ່ງມີເນື້ອງອກຂະໜາດມັນເກືອບເທົ່າໜ່ວຍບານ 2 ໜ່ວຍໃນທ້ອງ ຕ້ອງເຂົ້າຮັບການຜ່າຕັດທີ່ໂຮງໝໍໃນກວ່າງໂຈ ມົນທົນກວາງຕຸງ ໂດຍຄ່າໃຊ້ຈ່າຍການຜ່າຕັດຄັ້ງນັ້ນປະມານ 12,000 ຢວນ ຫຼື ປະມານ 14,904,000 ກີບ ມາຈາກການບໍລິຈາກຂອງປະຊາຊົນ ເຊິ່ງສຸດທ້າຍແລ້ວການຜ່າຕັດກໍ່ປະສົບຜົນສຳເລັດໄປດ້ວຍດີ

 

ຂໍຂອບໃຈທີ່ມາ:​ khaosod

http://www.news.com.la/detail/17861

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...