spot_img
Homeຂ່າວຕ່າງປະເທດທະຫານຊາຍແດນບັງກະລາເທດ - ມຽນມາ ຍິງກັນ! ຍ້ອນເຂົ້າໃຈຜິດ ຄິດວ່າພວກຄ້າມະນຸດ!

ທະຫານຊາຍແດນບັງກະລາເທດ – ມຽນມາ ຍິງກັນ! ຍ້ອນເຂົ້າໃຈຜິດ ຄິດວ່າພວກຄ້າມະນຸດ!

Published on

BANGLADESH-MYANMAR-UNREST-RELIGION-MINORITIES

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ມິຖຸນາຜ່ານມານີ້ວ່າ ທະຫານຊາຍແດນບັງກະລາເທດ ແລະ ມຽນມາ ປະທະກັນຢູ່ກາງແມ່ນ້ຳນາບ ເຊິ່ງເປັນແມ່ນ້ຳແບ່ງຊາຍແດນລະຫວ່າງສອງປະເທດ ຍ້ອນຄວາມເຂົ້າໃຈຜິດຄິດວ່າແມ່ນພວກລັກລອບຄ້າມະນຸດ ເຮັດໃຫ້ຝ່າຍບັງກະລາເທດ ໄດ້ຮັບບາດເຈັບ 1 ຄົນ ແລະ ທະຫານມຽນມາ ຈັບໂຕໄວ້ອີກ 1 ຄົນ.

ຊາວປະມົງໃນທ້ອງຖິ່ນໄດ້ລະບຸວ່າ ເຈົ້າໜ້າທີ່ທະຫານມຽນມາໄດ້ຍິງປືນມາໃສ່ເຮືອກວດກາຂອງທະຫານຊາຍແດນບັງກະລາເທດ ເນື່ອງຈາກທະຫານມຽນມາຄິດວ່າແມ່ນເຮືອຂອງພວກລັກລອບຄ້າມະນຸດ ຫລື ສິ່ງຜິດກົດໝາຍ.

ແນວໃດກໍຕາມ ເຈົ້າໜ້າທີ່ຊາຍແດນບັງກະລາເທດໄດ້ລະບຸວ່າ ບັນຫາທີ່ເກີດຂຶ້ນນີ້ຈະໄດ້ຮັບການແກ້ໄຂຢູ່ກອງປະຊຸມລະຫວ່າງສອງປະເທດ ເຊິ່ງຈະຈັດຂຶ້ນທີ່ບໍລິເວນຊາຍແດນ ແຕ່ກໍຍັງບໍ່ທັນມີກຳນົດເວລາເທື່ອ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...