spot_img
Homeຂ່າວການຢ້ຽມຢາມຕ້ອນຮັບ ຄະນະຜູ້ແທນ ກະຊວງ ຍຸຕິທຳ ແຫ່ງ ສ ກູບາ

ຕ້ອນຮັບ ຄະນະຜູ້ແທນ ກະຊວງ ຍຸຕິທຳ ແຫ່ງ ສ ກູບາ

Published on

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອົສກາ ມານູແອນ ຊິນເວຣາ ມາຣຕິເນັດ (Oscar Manuel Silvera Martinez) ລັດຖະມົນຕີ ກະຊວງ ຍຸຕິທຳແຫ່ງ ສ ກູບາ ເຂົ້າຢ້ຽມຂໍ່ານັບເມື່ອວັນທີ 12 ມິຖຸນາ ນີ້ ທີ່ຫ້ອງຮັບແຂກ ສຳນັກງານນາຍົກ ລັດຖະມົນຕີ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-13 ມິຖຸນາ ນີ້.

ຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນກະຊວງຍຸຕິທຳ ແຫ່ງ ສ ກູບາ ໃນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງ ສອງກະຊວງຍຸຕິທຳລາວ-ກູບາ ພ້ອມທັງເປັນການຖອດຖອນບົດຮຽນບາງວຽກງານເປັນຕົ້ນ: ວຽກງານລະບົບການສ້າງກົດໝາຍ, ວຽກງານທະບຽນສານ, ວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ການນຳໃຊ້ລະບົບຄອມພິວເຕີໃນການໃຫ້ບໍລິການແກ່ປະຊາຊົນ.

ໃນໂອກາດດັ່ງກ່າວ ທ່ານນາຍົກຫລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ອົສກາ ມານູແອນ ຊິນເວຣາ ມາຣຕິເນັດ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຊົນ ສອງຊາດລາວ-ກູບາ, ເວົ້າລວມ ເວົ້າສະເພາະກໍຄື ສອງກະຊວງຍຸຕິທຳລາວ-ກູບາ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ, ທ່ານນາຍົກລັດຖະມົນຕີຍັງໄດ້ອວຍພອນ ໃຫ້ຄະນະຜູ້ແທນດັ່ງກ່າວຈົ່ງປະສົບຜົນສຳເລັດໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.

ທ່ານ ອົສກາ ມານູແອນ ຊິນເວຣາ ມາຣຕິເນັດ ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມນີ້ຍັງໄດ້ແຈ້ງຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີໄດ້ຮັບຊາບ ໂດຍສະເພາະກໍຄືຜົນການເຮັດວຽກຮ່ວມກັບກະຊວງຍຸຕິາທຳ ແຫ່ງ ສປປ ລາວ.
(ຂ່າວ-ພາບ: ສຳນານ)

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...