spot_img
Homeຂ່າວຕ່າງປະເທດຂີປະນາວຸດຕ້ອງສົງໄສບໍ່ຮູ້ທີ່ມາ ໂຈມຕີຖານທັບໃນພາກຕາເວັນຕົກຊີຣີ

ຂີປະນາວຸດຕ້ອງສົງໄສບໍ່ຮູ້ທີ່ມາ ໂຈມຕີຖານທັບໃນພາກຕາເວັນຕົກຊີຣີ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຫລວງດາມັສກັສ, ປະເທດຊີຣີ ໃນວັນທີ 9 ເມສາ ວ່າສຳນັກຂ່າວຊານາຂອງທາງການຊີຣີ ລາຍງານກ່ຽວກັບລະບົບປ້ອງກັນໄພທາງອາກາດສາມາດສະກັດກັ້ນຂີປະນາວຸດຢ່າງຫນ້ອຍ 8 ລູກ ຊື່ງເລັ່ງເປົ້າຫມາຍໄປທີ່ຖານທັບອາກາດ ທີໂຟຣ໌ ໃກ້ກັບເມືອງຮອມສ໌ ແລະ ເມືອງບູຮານພັຣໄມຣາ ບໍລິເວນພາກກາງທາງຕາເວັນຕົກຂອງປະເທດ. ໃນເວລາດຽວກັນຍັງມີຂີປະນາວຸດອີກຫລາຍລູກໂຈມຕີ, ສ້າງຄວາມເສຍຫາຍໃຫ້ກັບຖານທັບ ແລະ ພື້ນທີ່ໃກ້ຄຽງ ເຮັດໃຫ່ມີຜູ້ເສຍຊີວິດຈຳນວນຫນື່ງແລ້ວ ພ້ອມທັງສັນນິຖານວ່າ ສະຫະລັດຫນ້າຈະມີສ່ວນກ່ຽວຂ້ອງກັບເຫດການນີ້.

ສະຖານະການດັ່ງກ່າວເກີດຂື້ນໃນໄລຍະເວລາພຽງບໍ່ຮອດຊົ່ວໂມງ ຫລັງຈາກປະທານາທິບໍດີ ໂດນັລ ທຣໍ້າ ລົງຂໍ້ຄວາມວ່າ ‘ຈັດເຕັມ’ ໃນສື່ສັງຄົມອອນລາຍ (Twitter) ກັບຜູ້ທີ່ຢູ່ເບື້ອງຫລັງການໃຊ້ອາວຸດເຄມີໂຈມຕີປະຊາຊົນໃນເມືອງດູມາ ຊື່ງເປັນພື້ນທີ່ແຫ່ງສຸດທ້າຍໃນເຂດກູຕາຕາເວັນອອກ ຊານເມືອງຫລວງດາມັສກັສ ທີ່ຢູ່ພາຍໃຕ້ການຍຶດຄອງຂອງຝ່າຍກະບົດ ຈົນເຮັດໃຫ້ມີຜູ້ເສຍຊີວິດ 40 ຄົນ ແລະ ເມື່ອລວມກັບຈຳນວນຜູ້ເສຍຊີວິດຈາກປະຕິບັດການໂຈມຕີທາງອາກາດເມືອງດູມາ ທີ່ເພີ່ມທະວີຄວາມຮຸນແຮງຕັ້ງແຕ່ອາທິດທີ່ແລ້ວຢູ່ທີ່ຢ່າງຫນ້ອຍ 80 ຄົນ ແລະ ໄດ້ຮັບການບາດເຈັບອີກຫລາຍກວ່າ 500 ຄົນ.

ນອກຈາກນີ້, ທາງທຳນຽບຂາວຍັງອອກຖະແຫລງການກ່ຽວກັບການສົນທະນາທາງໂທລະສັບລະຫວ່າງ ທຣໍ້າ ກັບ ປະທານາທິບໍດີເອມມານູເອຣ ມາຄຣົງ ສະແດງຈຸດຢືນຮ່ວມກັນໃນການໃຊ້  ‘ມາດຕະການແຂງ’ ຕໍ່ຊີຣີ ທີ່ອາດລວມໄປເຖີງມາດຕະການທາງທະຫານ. ຫລັງຈາກນັ້ນ, ກະຊວງປ້ອງກັນປະເທດຂອງສະຫະລັດກໍອອກຖະແຫລງການພາຍໃນເວລາອັນຮີບດ່ວນ ປະຕິເສດຕໍ່ກັບເຫດການການໂຈມຕີທາງອາກາດຖານທັບທີໂຟຣ໌ ແລະ ສະຫນາມບິນເທຍຟູຣ໌ ໃນເມືອງຮອມສ໌ ທີ່ຖືກກ່າວຫາວ່າຢູ່ເບື້ອງຫລັງ.

ສຳລັບສະຖານະການທີ່ຖານທັບ ແລະ ສະຫນາມບິນທະຫານໃນເມືອງຮອມສ໌ ແມ່ນເກີດຂື້ນໃນເວລາດຽວກັນກັບກອງທັບຊີຣີ ຊື່ງໄດ້ຮັບການສະຫນັບສະຫນຸນຈາກຮັດເຊຍ ແລະ ອີຣານ ສາມາດຍຶດພື້ນທີ່ໃນເຂດກູຕາຕາເວັນອອກກັບຄືນຈາກກອງກຳລັງຝ່າຍຕໍ່ຕ້ານໄດ້ແລ້ວຫລາຍກວ່າ 95% ນັບຕັ້ງແຕ່ເປີດສາກປະຕິບັດການກະຊັບພື້ນທີ່ເມື່ອວັນທີ 18 ກຸມພາ ທີ່ຜ່ານມາ ຊື່ງການສູ້ຮົບທີ່ຫນັກຫນ່ວງ ແລະ ຮຸນແຮງຢ່າງຕໍ່ເນື່ອງສົ່ງຜົນໃຫ້ມີຜູ້ເສຍຊີວິດຫລາຍກວ່າ 1.800 ຄົນ.

 

 

 

 

 

 

ແຫລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...