spot_img
Homeຂ່າວພາຍ​ໃນກຳປູເຈຍສົນໃຈເປີດທາງລົດໄຟເພື່ອເຊື່ອມຈອດກັບລາວ

ກຳປູເຈຍສົນໃຈເປີດທາງລົດໄຟເພື່ອເຊື່ອມຈອດກັບລາວ

Published on

ຄະນະຜູ້ແທນກຳປູເຈຍໄດ້ເດີນທາງມາຮອດລາວ ເພື່ອຊອກຫາຄວາມເປັນໄປໄດ້ໃນການເຊື່ອມຕໍ່ທາງລົດໄຟກັບລາວ.

ສະມາຊິກ ສະມາຄົມຂົນສົ່ງ ກຳປູເຈຍ (CLA) ຈະຢູ່ໃນລາວ ແຕ່ວັນທີ 21-23 ມິຖຸນາ ເພື່ອຄົ້ນຫາແນວຄວາມຄິດ ທີ່ຈະສ້າງທາງລົດໄຟເຊື່ອມຕໍ່ ກຳປູເຈຍ ກັບ ລາວ ເພື່ອປະຢັດເວລາ ແລະ ຄ່າໃຊ້ຈ່າຍໃນການຂົນສົ່ງ.

ສຳນັກຂ່າວ The Star ລາຍງານວ່າ: ທີມງານດັ່ງກ່າວໄດ້ຮ່ວມກັບຜູ້ຕາງໜ້າຂະແໜງການຂົນສົ່ງຂອງຫວຽດນາມ ແລະ ລາວ ໃນການເດີນທາງໄປ 3 ຈຸດໝາຍປາຍທາງຕົ້ນຕໍ, ພ້ອມດ້ວຍປະຊຸມເພື່ອປຶກສາຫາລື ກ່ຽວກັບແລວທາງໃຕ້ຂອງໂຄງການທາງລົດໄຟຂ້າມອາຊີ (TAR) ແລະ ຂໍ້ລິເລີ່ມອື່ນໆທີ່ຄ້າຍຄືກັນເພື່ອເຊື່ອມຕໍ່ປະເທດຈີນ ກັບ​ບັນດາ​ປະ​ເທດ​ແມ່​ນ້ຳຂອງ.

3 ຈຸດຈອດຕົ້ນຕໍປະກອບມີ: ເສັ້ນທາງລົດໄຟ ລາວ-ຈີນ ໄລຍະສັ້ນໆ ເຊິ່ງແລ່ນຈາກນະຄອນຫຼວງວຽງຈັນ ໄປຫາຄຸນໝິງ ສປ ຈີນ  ​ແລະ ​ເຂດ​ຊາຍ​ແດນ​ຂອງ​ລາວ​ກັບ​ຫວຽດນາມເຊິ່ງມັນຍາວ​ ແລະ​ ໃກ້​ກັບ​ນະຄອນຫຼວງຂອງລາວ​ຫຼາຍກວ່າ ກຳປູ​ເຈຍ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...