spot_img
Homeຂ່າວຕ່າງປະເທດເຈົ້າຊາຍແຫ່ງອັງກິດຕິດເຊື້ອ COVID-19

ເຈົ້າຊາຍແຫ່ງອັງກິດຕິດເຊື້ອ COVID-19

Published on

ຕຳນັກຫຼວງ Clarence House ໄດ້ອອກມາປະກາດວ່າເຈົ້າຟ້າຊາຍຊາລສ໌ແຫ່ງເວວສ໌ (Charles of Wales) ລູກຊາຍຂອງພະລາຊິນີ ອະລິຊະເບັດ ທີ 2 (Queen Elizabeth ll) ໄດ້ຕິດເຊື້ອພະຍາດໄວຣັສໂຄວິດ-19 ໃນວັນພຸດທີຜ່ານມາ.

ຕອນນີ້, ເຈົ້າຊາຍ ແລະ ພັນລະຍາຂອງທ່ານກໍ່ໄດ້ກັກຕົວຢູ່ທີ່ພັກຂອງທ່ານເອງ. ທາງຕຳນັກໄດ້ລະບຸວ່າເຈົ້າຊາຍຊາລສ໌ບໍ່ໄດ້ສະແດງອາການແລະ ມີພະລານະໄມທີ່ດີຢູ່. ກ່ອນໜ້ານີ້ເຈົ້າຊາຍຊາລສ໌ສໄດ້ເຂົ້າເຝົ້າພະລາຊິນີອະລິຊະເບັດ ທີ 2 (Queen Elizabeth ll) ເຊິ່ງໃນຂະນະນີ້ພະລາຊິນີຍັງມີພະລານະໄມທີ່ດີ. ຕອນນີ້, ທາງຕຳນັກຍັງບໍ່ສາມາດລະບຸໄດ້ວ່າເຈົ້າຊາຍຊາລສ໌ໄດ້ຮັບເຊື້ອມາຈາກທາງໃດ ເພາະທ່ານໄດ້ອອກໄປປະຕິບັດພາລະກິດຫຼາຍງານ ພ້ອມກັນນີ້ ທ່ານກໍ່ໄດ້ເຂົ້າຮ່ວມງານສາທາລະນະຄັ້ງລ່າສຸດ ໃນວັນທີ 12 ມີນາ. ນອກຈາກນີ້ເຈົ້າຊາຍຊາລສ໌ ກໍ່ໄດ້ເຂົ້າຮ່ວມປະຊຸມແລະພົບປະກັບບຸກຄົນຕ່າງໆ ຂະນະນີ້ກໍ່ໄດ້ມີການຕິດຕໍ່ບຸກຄົນເຫຼົ່ານັ້ນເພື່ອແຈ້ງໃຫ້ຊາບເຖິງການຕິດເຊື້ອຂອງເຈົ້າຊາຍຊາລສ໌.

ຂະນະນີ້ ປະເທດອັງກິດມີກໍລະນີ້ຕິດເຊື້ອໂຄວິດ-19 8000 ກໍລະນີ, ເສຍຊີວິດ 422 ກໍລະນີ.

ຮຽບຮຽງໂດຍ ວະນິດາ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...