ເນື້ອທີ່ທຳການຜະລິດ – ອຸດສາຫະກຳ ມີການຂະຫຍາຍຕົວ ຍ້ອນມີໄຟຟ້າໃຊ້

F-power-lines

ຂປລ. ປັດຈຸບັນ ເນື້ອທີ່ທຳການຜະລິດໄດ້ເພີ່ມຂື້ນ (ນາປີ-ນາແຊງ) ຈາກເນື້ອທີ 710.568 ເຮັກຕາ ໃນປີ 2011 ມາເປັນ 875.183 ເຮັກຕາ ໃນປີ 2014 ເພີ່ມຂື້ນ 164.615 ເຮັກຕາ ເທົ່າກັບ 23% ກວ່າ ທັງນີ້ ກໍຍ້ອນການຂະຫຍາຍຕາຂ່າຍໄຟຟ້າ ໃນປັດຈຸບັນສາມາດປະຕິບັດໄດ້ 84,63% ຂອງຈຳນວນ ບ້ານທັງໝົດ ໃນທົ່ວປະເທດ ສາມາດ ສະໜອງໄຟຟ້າ ໃຫ້ແກ່ຊົນລະປະທານ ໃນຂົງເຂດຕ່າງໆ ເພື່ອສະໜອງນ້ຳໃຫ້ແກ່ ພື້ນທີ່ທຳການຜະລິດ.

ທ່ານ ສີສະຫວາດ ທິຣະວົງ ຜູ້ອຳນວຍການໃຫຍ່ໄຟຟ້າລາວ ກ່າວວ່າ: ຂະແໜງພະລັງງານໄຟຟ້າ ໄດ້ປະກອບສ່ວນຊຸກຍູ້ ເຮັດໃຫ້ຂະແໜງອຸດສາຫະກຳ ມີການຂະຫຍາຍຕົວໄວ ໃນໄລຍະ 2011-2015 ດ້ວຍອັດຕາສ່ວນການຂະຫຍາຍຕົວ ສະເລ່ຍ 13% ຕໍ່ປີ ໂດຍການສະໜອງໄຟຟ້າ ເຂົ້າໃນເຂດ ອຸດສາຫະກຳປຸງແຕ່ງຕ່າງໆ ໃຫ້ພຽງພໍກັບຄວາມຕ້ອງການ ເຊັ່ນ: ອຸດສາຫະກຳຜະລິດ ສະບຽງອາຫານ, ຊິ້ນສ່ວນອາໄຫລ່, ຜະລິດຕະພັນ ແຮ່ທາດ, ການຜະລິດເຄື່ອງດື່ມ ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ