spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງປາກງື່ມ ມ້າງກຸ່ມຄ້າຂາຍຢາເສບຕິດ ຍຶດຢາບ້າໄດ້ 400 ກ່ວາເມັດ!

ປກສ ເມືອງປາກງື່ມ ມ້າງກຸ່ມຄ້າຂາຍຢາເສບຕິດ ຍຶດຢາບ້າໄດ້ 400 ກ່ວາເມັດ!

Published on

 

ເມື່ອທ້າຍອາທິດຜ່ານມານີ້ ປກສ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໄດ້ຈັບຕົວ ທ້າວ ວຽງສະຫວັນ ອາຍຸ 44 ປີ,

ຢູ່ບ້ານນາຂາວ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນຂໍ້ຫາຄ້າຂາຍຢາເສບຕິດ ພ້ອມຂອງກາງຢາບ້າຈຳນວນ

102 ເມັດ, ຫລັງຈາກນັ້ນ ໄດ້ສືບສວນ- ສອບສວນຂະຫຍາຍຜົນ ຈົນສາມາດຈັບຜູ້ຮ່ວມຂະບວນການໄດ້ອີກໜຶ່ງຄົນ

ຄືນາງ ຢົວເຮີ ອາຍຸ 38 ປີ ຢູ່ບ້ານທ່າກົກໄຮ ເມືອງປາກງື່ມ ນະຄອນຫລວງວຽງຈັນ ແລະ ກວດຄົ້ນເຮືອນພົບຢາບ້າ

300 ເມັດ ຈຶ່ງໄດ້ຍຶດໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ.

 

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ຕ້ອງຫາທັງສອງ ແມ່ນເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ມາດົນ, ເນື່ອງຈາກໄດ້ຮ່ວມກັນ

ເຄື່ອນໄຫວຄ້າຂາຍຢາເສບຕິດໃຫ້ກັບໄວໜຸ່ມໃນເຂດເມືອງປາກງື່ມມາດົນ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_52.html

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...