spot_img
Homeນານາສາລະ6 ສິ່ງດີໆທີ່ນັກສຶກສາໄດ້ຮັບເມື່ອເຮັດວຽກ Part time

6 ສິ່ງດີໆທີ່ນັກສຶກສາໄດ້ຮັບເມື່ອເຮັດວຽກ Part time

Published on

ນັກຮຽນ ນັກສຶກສາຫຼາຍຄົນໃນປັດຈຸບັນນັ້ນໄດ້ເລືອກໃຊ້ເວລາວ່າງຈາກການຮຽນມາເຮັດວຽກ Part time ບາງຄົນກໍ່ເພື່ອສ້າງລາຍໄດ້ພິເສດ ຫຼື ບາງຄົນອາດຈະເຮັດເພື່ອຫາປະສົບການ ເຊິ່ງຄວາມຈິງແລ້ວການເຮັດວຽກ Part time ນັ້ນໃຫ້ປະໂຫຍດກັບເຮົາຫຼາຍກວ່ານັ້ນ ມື້ນີ້ຈິ່ງໄດ້ຮວບຮວມຂໍ້ດີຕ່າງໆທີ່ໄດ້ຈາກການເຮັດວຽກ Part time ມາໃຫ້ອ່ານ:

1. ມີລາຍໄດ້ພິເສດ
ເລື່ອງເງິນເປັນເຫດຜົນໜຶ່ງທີ່ເຮັດໃຫ້ນັກຮຽນ-ນັກສຶກສາເຮັດວຽກ Part time ເງິນຊື້ກິນທີ່ໄດ້ຈາກຄອບຄົວອາດຈະພໍສຳລັບການໃຊ້ໃນຊີວິດປະຈຳວັນ ແຕ່ບາງຄັ້ງໄວລຸ້ນກໍ່ຕ້ອງການທີ່ຈະໃຊ້ເງິນເພື່ອຊື້ເຄື່ອງນຸ່ງ, ຊື່ສິ່ງຂອງຕ່າງໆ ຫຼື ໃຊ້ກັບເລື່ອງຄວາມບັນເທີງ ເຊິ່ງບໍ່ແມ່ນທຸກຄອບຄົວທີ່ສາມາດໃຫ້ເງິນເພີ່ມສຳລັບສິ່ງເຫຼົ່ານີ້ໄດ້ ການເຮັດວຽກ Part time ຈຶ່ງເປັນຊ່ອງທາງທີ່ຈະເຮັດໃຫ້ສາມາດຫາເງິນເພື່ອເອົາມາໃຊ້ກັບເລື່ອງເຫຼົ່ານີ້ໄດ້ ຍິ່ງໄປກວ່ານັ້ນໃນບາງກໍລະນີ ເງິນທີ່ໄດ້ຈາກການເຮັດວຽກ Part time ກໍ່ຍັງເປັນການຊ່ວຍແບ່ງເບົາຄ່າໃຊ້ຈ່າຍຂອງຄອບຄົວໄດ້ອີກດ້ວຍ

2. ໄດ້ຮັບປະສົບການທີ່ມີຄ່າ
ການມີປະສົບການການເຮັດວຽກໃນຂະນະຮຽນ ຈະເປັນປະໂຫຍດຕໍ່ເຮົາຫຼາຍເມື່ອຕ້ອງຫາວຽກຫາງານຫຼັງຮຽນຈົບ ນາຍຈ້າງສ່ວນຫຼາຍມັກຈະຕ້ອງການຄົນງານທີ່ມີປະສົບການມາກ່ອນ ດັ່ງນັ້ນ, ການທີ່ເຮົາມີປະສົບການຈາກວຽກ Part time ນັ້ນຈະເຮັດໃຫ້ເຮົາໄດ້ປຽບຫຼາຍກວ່າຜູ້ສະໝັກຄົນອື່ນໆທີ່ເປັນນັກສຶກສາຈົບໃໝ່ຄືກັບເຮົາ ເຖິງແມ່ນວ່າບາງຄັ້ງວຽກ Part time ທີ່ເຮັດນັ້ນອາດຈະບໍ່ໄດ້ກ່ຽວຂ້ອງຫຍັງກັບວຽກທີ່ເຮົາສະໝັກຫຼັງຮຽນຈົບກໍ່ຕາມ ແຕ່ຢ່າງໜ້ອຍກໍ່ມີປະສົບການໃນສັງຄົມຂອງຄົນເຮັດວຽກຢ່າງແທ້ຈິງມາແລ້ວ

3. ມີຄວາມຮັບຜິດຊອບຫຼາຍຂຶ້ນ
ການເປັນນັກຮຽນທີ່ດີນັ້ນໃຊ້ຄວາມຮັບຜິດຊອບຫຼາຍພຽງໃດ ການຮຽນໄປນຳເຮັດວຽກໄປນຳໂດຍທີ່ທັງສອງຢ່າງບໍ່ສົ່ງຜົນກະທົບຕໍ່ກັນນັ້ນ ຈະເຮັດໃຫ້ເຮົາເປັນຄົນທີ່ມີຄວາມຮັບຜິດຊອບຫຼາຍຂຶ້ນໄປອີກ ເມື່ອຄົນເຮົາໃຫຍ່ຂຶ້ນຄວາມຮັບຜິດຊອບກໍ່ຈະຫຼາຍຂຶ້ນໄປເລື້ອຍໆ ດັ່ງນັ້ນ, ການເລີ່ມຕົ້ນເຝິກຮຽນຮູ້ທີ່ຈະຮັບຜິດຊອບໜ້າທີ່ຫຼາຍຢ່າງຕັ້ງແຕ່ອາຍຸຍັງນ້ອຍ ຈະຊ່ວຍໃຫ້ເຮົາໄດ້ກຽມຕົວສຳລັບການທີ່ຈະຕ້ອງຮັບຜິດຊອບສິ່ງຕ່າງໆທີ່ຈະເຂົ້າມາໃນອະນາຄົດ

4. ໄດ້ຮຽນຮູ້ທັກສະທີ່ມີປະໂຫຍດຕ່າງໆ
ການເຮັດວຽກ Part time ນັ້ນຈະເຮັດໃຫ້ເຮົາໄດ້ຮຽນຮູ້ທັກສະຕ່າງໆທີ່ບາງຄັ້ງການຮຽນໜັງສືຢ່າງດຽວບໍ່ສາມາດວັດຄວາມສາມາດແທ້ຈິງໄດ້ເຊັ່ນ: ທັກສະການບໍລິຫານຈັດການເວລາໄດ້ຢ່າງມີປະສິດທິພາບ, ການແກ້ບັນຫາຕ່າງໆທີ່ເກີດຂຶ້ນລະຫວ່າງເຮົາກັບໝູ່ຮ່ວມງານ, ທັກສະການເຮັດວຽກເປັນທີມ ແລະ Service Mind ເປັນຕົ້ນ ເຊິ່ງທັກສະເຫຼົ່ານີ້ເປັນສິ່ງທີ່ສຳຄັນ ແລະ ຈຳເປັນຫຼາຍສຳລັບການເຮັດວຽກ

5. ມີໂອກາດໃນການຮູ້ຈັກຄົນຫຼາຍຂຶ້ນ
ການເຮັດວຽກ Part time ຈະເຮັດໃຫ້ເຮົາມີສັງຄົມໃໝ່ ການໄດ້ພົບກັບຄົນອື່ນໆນອກເໜືອຈາກໃນໂຮງຮຽນ ຈະເຮັດໃຫ້ເຮົາເປັນຄົນທີ່ມີເຄືອຄ່າຍສັງຄົມຫຼາຍຂຶ້ນ ເຮົາອາດຈະມີໂອກາດໄດ້ພົບກັບຄົນທີ່ສາມາດເປັນບຸກຄົນອ້າງອີງໃຫ້ກັບເຮົາສຳລັບການສະໝັກວຽກໃນອະນາຄົດ ຫຼື ບາງກໍລະນີເຮົາອາດຈະໄດ້ວຽກປະຈຳຈາກການເຮັດວຽກ Part time ເລີຍກໍ່ໄດ້

6. ໄດ້ຮັບສິດທິພິເສດຕ່າງໆສຳລັບພະນັກງານ
ນອກເໜືອຈາກເງິນຄ່າຈ້າງແລ້ວ ບາງຄັ້ງຈະມີສິດທິພິເສດສຳລັບພະນັກງານ Part time ດ້ວຍເຊັ່ນ: ການໄດ້ສ່ວນຫຼຸດໃນການຊື້ສິນຄ້າ,​ອາຫານ ແລະ ໃຊ້ບໍລິການຕ່າງໆຈາກບ່ອນທີ່ເຮົາເຮັດວຽກ ຫຼື ສິດທິໃນການປິ່ນປົວຍາມບໍ່ສະບາຍ ເປັນຕົ້ນ.

ແຫລ່ງຂໍ້ມູນຈາກ: iJobs.la

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...