Homeນານາສາລະຈະຮູ້ໄດ້ແນວໃດວ່າແຟນເກົ່າ ອາດຈະຍັງຮັກເຮົາຢູ່?

ຈະຮູ້ໄດ້ແນວໃດວ່າແຟນເກົ່າ ອາດຈະຍັງຮັກເຮົາຢູ່?

Published on

ພໍເລີກກັນໄປກັບແຟນເກົ່າ ບາງຄົນກໍມີຮັກໃໝ່ ບໍ່ສົນໃຈຄົນທີ່ເລີກກັນໄປ ຄືວ່າຂໍກ້າວຕໍ່ໄປຂ້າງໜ້າບໍ່ຫັນຫຼັງກັບ ແຕ່ກໍມີອີກຫຼາຍຄົນທີ່ຍັງບໍ່ລືມຄວາມຫຼັງຄັ້ງເກົ່າ ໂດຍສະເພາະຄູ່ຮັກທີ່ເລີກກັນແບບຄ້າງໆຄາໆ ອາດຈະເພາະຄວາມເຂົ້າໃຈຜິດ ຫຼືເພາະຕ້ອງຢູ່ຫ່າງກັນວຽກຫຼາຍບໍ່ມີເວລາໃຫ້ກັນ ແລະກັນ ຫຼືບາງກໍລະນີ້ອີກຝ່າຍອາດຈະເລີກກັບເຮົາແລ້ວໄປຄົບຄົນໃໝ່ ແຟນເກົ່າຄືເຮົາກໍໄດ້ແຕ່ຫວັງວ່າເຂົາຄົງຍັງບໍ່ລືມເພາະການທີ່ເຮົາແອບຫວັງຢູ່ ວ່າອີກຝ່າຍກົງກັນຂ້າມວ່າຕອນນີ້ເຂົາເຮັດຫຍັງຢູ່ໃສ, ສະນິດກັບໃຜ ແລະກໍາລັງຄົບຢູ່ກັບໃຜຢູ່ ແລະບາງທີ່ອີກຝ່າຍກໍມີທາທີວ່າຈະຍັງຄິດຮອດເຮົາຢູ່ຄືກັນ ສຸດທ້າຍແຟນເກົ່າຍັງຄິດຮອດເຮົາແທ້ບໍ?

  1. ແຟນເກົ່າກັບເຮົາຍັງຕິດຕໍ່ຫາກັນຢູ່
  2. ມັກມາສືບຂ່າວເລື່ອງຂອງເຮົາກັບໝູ່ເພື່ອນສະນິດ: ນັ້ນກໍແປວ່າເຂົາຍັງຢາກຮູ້ເລື່ອງລາວຂອງເຮົາຢູ່
  3. ບໍ່ມີແຟນໃໝ່: ຂໍ້ນີ້ຄິດໄດ້ຫຼາຍຢ່າງ ເຂົາອາດຈະບໍ່ຕ້ອງການພົບຄົນໃໝ່ ເພາະຍັງບໍ່ພົບຄົນທີ່ຖືກໃຈ ຫຼືບໍ່ກໍອາດຈະຖ້າໃຫ້ເຮົາກັບໄປຄົບກັບເຂົາ
  4. ປັບປຸງຕົນເອງ: ເຂົາເລີກກັບເຮົາເພາະນິໄສສ່ວນຕົວ ຫຼັງຈາກທີ່ເລີກກັນໄປເຂົາກໍພະຍາຍາມຈະປັບປຸງຂໍ້ບົກຜ່ອງເຫຼົ່ານັ້ນ ນີ້ກໍເປັນອີກສັນຍານໜຶ່ງທີ່ເຮັດໃຫ້ເຮົາຮູ້ວ່າເຂົາຍັງຄົງລໍວັນນັ້ນທີ່ຈະກັບມາຄືນດີ

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...