spot_img
Homeຂ່າວຕ່າງປະເທດສົບຜູ້ເສຍຊີວິດ MH17 ຫາຍໄປຈາກບ່ອນເກັບມ້ຽນ

ສົບຜູ້ເສຍຊີວິດ MH17 ຫາຍໄປຈາກບ່ອນເກັບມ້ຽນ

Published on

Ukraine Plane

 

ສື່ຕ່າງປະເທດລາຍງານວ່າ ຮ່າງຂອງຜູ້ເສຍຊີວິດຈາກເຫດເຮືອບິນ MH17 ຂອງສາຍການບິນມາເລເຊຍ

ທີ່ຄົ້ນພົບທັງໝົດ 196 ສົບ ຫາຍໄປຈາກບ່ອນເກັບມ້ຽນ ຫຼັງເກີດເຫດເຮືອບິນລຳດັ່ງກ່າວຖືກຍິງຕົກ ໃນ

ພື້ນທີ່ຊາຍແດນທາງພາກຕາເວັນອອກຂອງອູແກຣນ ຕິດັບຊາຍແດນຣັດເຊຍ ເຊິ່ງກຳລັງມີການສູ້ຮົບ

ກັນລະຫວ່າງກອງທັບອູແກຣນ ແລະ ກອງກຳລັງແບ່ງແຍກດິນແດນທີ່ນິຍົມຣັດເຊຍ.

 

ໂດຍມີລາຍງານວ່າ ເຈົ້າໜ້າທີ່ກູ້ໄພສຸກເສີນ ທີ່ເຮັດໜ້າທີ່ຈັດເກັບມ້ຽນຮ່າງສົບຂອງຜູ້ເສຍຊີວິດ ຖືກຝ່າຍ

ກອງກຳລັງແບ່ງແຍກດິນແດນໃນເຂດພື້ນທີ່ ບັງຄັບໃຫ້ເຄື່ອນຍ້າຍຮ່າງຂອງຜູ້ເສຍຊີວິດທັງໝົດ ລົງໃສ່

ລົດໄຟທີ່ສະຖານີໂຕເຣດ ຫ່າງຈາກພື້ນທີ່ເຮືອບິນຕົກປະມານ 14 ກິໂລແມັດ ໂດຍທາງເຈົ້າໜ້າທີ່ທັງໝົດ

ລະບຸວ່າ ບໍ່ມີທາງເລືອກອື່ນໃດ ນອກຈາກປະຕິບັດຕາມ ເນື່ອງຈາກກຸ່ມດັ່ງກ່າວມີອາວຸດໃນມື ແລະ ບໍ່ຮູ້

ວ່າກຸ່ມດັ່ງກ່າວ ມີຈຸດໝາຍທີ່ຈະນຳເອົາສົບຈຳນວນດັ່ງກ່າວໄປບ່ອນໃດ.

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...