spot_img
Homeຂ່າວຕ່າງປະເທດສານສະຫະລັດ ສັ່ງບໍລິສັດຢາສູບ ຈ່າຍ 23 ລ້ານໂດລາ ຊົດເຊີຍຜູ້ເສຍຊີວິດຈາກການສູບຢາ

ສານສະຫະລັດ ສັ່ງບໍລິສັດຢາສູບ ຈ່າຍ 23 ລ້ານໂດລາ ຊົດເຊີຍຜູ້ເສຍຊີວິດຈາກການສູບຢາ

Published on

552848-01
(ພາບປະກອບຂ່າວ)

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ຄະນະຜູ້ພິພາກສາສານສະຫະລັດ ໄດ້ສັ່ງໃຫ້ບໍລິສັດ ອາຣ໌ ເຈ ເຣໂນລດ໌

ຜູ້ຜະລິດຢາສູບລາຍໃຫຍ່ອັນດັບ 2 ຂອງສະຫະລັດ ຈ່າຍເງິນຊົດເຊີຍແກ່ພັນລະຍາຂອງຊາຍຊາວອາເມລິກັນ

ຜູ້ໜຶ່ງ ໃນລັດຟໍລິດາ ທີ່ເສຍຊີວິດຈາກການສູບຢາ ດ້ວຍໂລກມະເຮັງປອດ ເປັນມູນຄ່າມະຫາສານ ຈຳນວນ

23,000​,000​ ໂດລາສະຫະລັດ ຫຼື ປະມານ 184 ຕື້ກ່ວາກີບ.

 

ໂດຍກ່ອນໜ້ານີ້ ບໍລິສັດດັ່ງກ່າວ ໄດ້ຖືກນາງ ຊິນເທຍ ໂຣບິນສັນ ຟ້ອງສານ ເມື່ອປີ 2008 ວ່າສາມີຂອງນາງ

ເປັນຜູ້ເຄາະຮ້າຍທີ່ເສຍຊີວິດຈາກການສູບຢາ ຂອງບໍລິສັດຍັກໃຫຍ່ຜູ້ຜະລິດລາຍດັ່ງກ່າວ ໃນຂະນະທີ່ພາຍ

ຫຼັງຄຳຕັດສິນຂອງສານ ທະນາຍຄວາມຂອງ ນາງຊິນເທຍ ກໍກ່າວວ່າ  ທີ່ຜ່ານມາບໍລິສັດດັ່ງກ່າວນີ້ ຮູ້ດີເຖິງ

ພິດໄພຂອງຢາສູບທີ່ຕົນເອງຜະລິດ ແຕ່ກໍຍັງຂາຍຢາສູບໃຫ້ແກ່ຜູ້ບໍລິໂພກ ໂດຍບໍ່ໄດ້ແຈ້ງເຖິງອັນຕະລາຍ

ທີ່ຜູ້ບໍລິໂພກຈະໄດ້ຮັບ ແລະ ຄວາມຕັດສິນໃຈຂອງສານໃນຄັ້ງນີ້ ເທົ່າກັບເປັນການສົ່ງສັນຍານເຖິງບໍລິສັດ

ຍັກໃຫຍ່ຜູ້ຜະລິດຢາສູບວ່າ ຈະຕ້ອງຢຸດເຮັດໃຫ້ຊີວິດຜູ້ສູບຢາ ຕ້ອງສ່ຽງຕໍ່ກັບອັນຕະລາຍອີກ.

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...