Homeຂ່າວທ້ອງຖິ່ນອັດຕະປື ຕ້ອງການແຫຼ່ງທຶນພັດທະນາພັນຕື້ກວ່າກີບ

ອັດຕະປື ຕ້ອງການແຫຼ່ງທຶນພັດທະນາພັນຕື້ກວ່າກີບ

Published on

ເພື່ອສືບຕໍ່ສ້າງເສດຖະກິດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະໝັ້ນທ່ຽງ, ເລັ່ງໃສ່ພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ, ຮັບປະກັນການພັດທະນາເສດຖະກິດທີ່ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄວາມໝັ້ນຄົງ ແລະຍືນຍົງ, ຍົກລະດັບການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະຮັ່ງມີຂຶ້ນເທື່ອລະກ້າວ ສະນັ້ນແຂວງອັດຕະປືຈຶ່ງມີຄວາມຕ້ອງການທຶນ ເພື່ອພັດທະນາໃນປີ 2017 ພັນຕື້ກວ່າກີບ.

ອີງຕາມຂໍ້ມູນຈາກພະແນກແຜນການ ແລະການລົງທຶນແຂວງອັດຕະປືໃຫ້ຮູ້ວ່າ: ໃນປີ 2017 ແຂວງອັດຕະປືຈະສູ້ຊົນເຮັດໃຫ້ເສດຖະກິດເຕີບໂຕໃນລະດັບ 11,90%, ລວມຍອດຜະລິດຕະພັນພາຍໃນມູນຄ່າເພີ່ມໃນລາຄາໃຫ້ໄດ້ປະມານ 2.462 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ ປະມານ 16,8 ລ້ານກີບ ຫຼື ເທົ່າກັບ 2.110 ໂດລາ ຕໍ່ຄົນຕໍ່ປີໃນນັ້ນຂະແໜງກະສິກຳເພີ່ມຂຶ້ນ 8% ກວມເອົາປະມານ 26,52%, ອຸດ ສາຫະກຳເພີ່ມຂຶ້ນ 13% ກວມເອົາ 36,69% ແລະຂະແໜງການບໍລິການເພີ່ມຂຶ້ນ 14% ກວມເອົາປະມານ 36,79%.

ນອກນັ້ນຍັງສູ້ຊົນເກັບລາຍຮັບງົບປະມານໃຫ້ໄດ້ 361 ຕື້ກີບ ສະເພາະລາຍຮັບພາຍໃນໃຫ້ໄດ້ຫຼາຍກວ່າ 179 ຕື້ກີບ,ລາຍຈ່າຍງົບປະມານທັງໝົດບໍ່ເກີນ 430 ຕື້ກີບ ປະກອບມີຈ່າຍເງິນເດືອນ 218 ຕື້ກີບ, ຈ່າຍເງິນລົງທຶນ 50,6 ຕື້ກີບ ແລະລາຍຈ່າຍອື່ນໆ 161,4 ຕື້ກີບ, ສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກບັນລຸ 37 ລ້ານໂດລາ ແລະມູນຄ່າການນຳເຂົ້າບໍ່ເກີນ 6,2 ລ້ານໂດລາ, ສູ້ຊົນຜະລິດເຂົ້າໃຫ້ໄດ້ ແສນກວ່າໂຕນ, ຜະລິດອຸດສາຫະກຳປຸງແຕ່ງ ແລະຫັດຖະກຳ 375 ຕື້ກີບ, ຂະຫຍາຍຕາໜ່າງໄຟຟ້າລົງສູ່ບ້ານໃຫ້ໄດ້ 96% ຂອງຈໍານວນບ້ານທັງໝົດ, ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວແຂວງໃຫ້ໄດ້  138.295 ເທື່ອຄົນ ແລະສ້າງລາຍຮັບປະມານ 50 ຕື້ກີບ, ຄອບຄົວທຸກຍາກໃຫ້ຫຼຸດຕ່ຳກວ່າ 5% ຂອງຄອບຄົວທຸກຍາກທັງ ໝົດໃນທົ່ວແຂວງ (2.973 ຄອບ ຄົວ) ແລະບ້ານທຸກຍາກຫຼຸດລົງໃຫ້ຍັງເຫຼືອບໍ່ເກີນ 18 ບ້ານ, ສ້າງບ້ານພັດທະນາໃຫ້ເພີ່ມຂຶ້ນເປັນ 87 ບ້ານ, ສ້າງ 6 ບ້ານໃຫຍ່ທີ່ເປັນເປົ້າໝາຍໃຫ້ກາຍເປັນຕົວເມືອງນ້ອຍໃນອະນາຄົດໃຫ້ໄດ້ 6 ຈຸດ.

ເພື່ອຮັບປະກັນເຮັດໃຫ້ເສດຖະກິດໃນປີ 2017 ຂະຫຍາຍຕົວ ໃນລະດັບ 11,90% ແຂວງອັດຕະປືມີຄວາມຕ້ອງການແຫຼ່ງທຶນທັງໝົດ 1.227 ຕື້ກີບ ຫຼື ເທົ່າກັບ  50% ຂອງ GDP ໃນນີ້ການລົງທຶນຂອງລັດ 50,6 ຕື້ກີບ ກວມເອົາ 4,12% ຂອງທຶນທັງໝົດ, ທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) 152 ຕື້ກີບ ຫຼື ປະມານ 19 ລ້ານໂດລາກວມເອົາ 12,38%, ການລົງທຶນຂອງພາກເອກະ ຊົນພາຍໃນ ແລະຕ່າງປະເທດ 665 ຕື້ກີບ ຫຼື ປະມານ 83,12 ລ້ານໂດລາ ກວມເອົາ 54,17% ແລະສິນເຊື່ອທະນາຄານ 360 ຕື້ກີບ ກວມເອົາ 29,33% ຂອງທຶນທັງໝົດ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...