spot_img
Homeຂ່າວພາຍ​ໃນອັດສະຈັນ ເດັກຟິລິບປິນ ຕາຍແລ້ວຟື້ນກາງງານສົບ! (ມີຄຣິບ)

ອັດສະຈັນ ເດັກຟິລິບປິນ ຕາຍແລ້ວຟື້ນກາງງານສົບ! (ມີຄຣິບ)

Published on

 

ertt

 

ເວັບໄຊ Sanook.com ຂອງໄທ ອ້າງແຫຼ່ງຂ່າວ “ຟິລສະຕາຣ໌” ຈາກຟີລິບປິນ ລາຍງານເມື່ອວັນທີ 14 ກໍລະກົດ

ທີ່ຜ່ານມາວ່າ ຊາວເນັດຕ່າງຮືຮາກັບຄຣິບວີດີໂອ ເຫດການທີ່ເດັກຍິງອາຍຸ 3 ປີ ທີ່ແພດໄດ້ລະບຸວ່າເສຍຊີວິດ

ໄປແລ້ວ ຈາກອາການໄຂ້ຂຶ້ນສູງຕິດຕໍ່ກັນຫຼາຍວັນ ເຊິ່ງພໍ່ແມ່ລວມເຖິງເພື່ອນບ້ານ ກຳລັງຈັດກຽມງານສົບ

ໃຫ້ແກ່ນາງ ທີ່ໂບດແຫ່ງໜຶ່ງໃນເມືອງແຊມບວນກາ ແຂວງອໍໂອຣາ ທາງພາກຕາເວັນອອກຂອງເກາະລູຊອນ

ໂດຍເພື່ອນບ້ານຄົນໜຶ່ງທີ່ເປີດຝາໂລງອອກ ແລະ ເກີດສັງເກດເຫັນວ່າ ເດັກສາມາດເຄື່ີອນເໜັງຫົວຂອງ

ຕົນເອງໄດ້ ແລະ ຍັງມີຊີວິດຢູ່, ຈາກນັ້ນ ພໍ່ຂອງເດັກຍິງຈິ່ງຮີບອູ້ມເອົາລູກສາວ ທີ່ຫາກໍຟື້ນຂຶ້ນຈາກຄວາມ

ຕາຍ ແລະ ຍັງຫາຍໃຈຢູ່ ອອກມາຈາກໂລງສົບ ແລ້ວໃຫ້ນາງດື່ມນ້ຳ ແລະ ນຳຕົວສົ່ງໂຮງໝໍ.

 

ຢ່າງໃດກໍຕາມ ທ່ານ ເຮດິນ ທີແລນ ເຈົ້າໜ້າທີ່ສືບສວນກ່າວວ່າ ເດັກຍິງໄດ້ຮັບການລະບຸຈາກແພດວ່າ ຫົວໃຈ

ຂອງນາງຢຸດເຕັ້ນ ແລະ ເສຍຊີວິດເມື່ອເວລາປະມານ 9 ໂມງ 00 ນາທີ ຂອງວັນທີ 13 ກໍລະກົດ 2014 ທີ່ຜ່ານມາ

ຈົນເຂົາເອງກໍບໍ່ຮູ້ວ່າຈະອະທິບາຍເຫດການດັ່ງກ່າວ ເກີດຂຶ້ນໄດ້ຢ່າງໃດ.

 

ຫຼັງຈາກເດັກຍິງເຂົ້າຮັບການກວດຮ່າງກາຍອີກເທື່ອໜຶ່ງໃນໂຮງໝໍ ພໍ່ແມ່ກໍພານາງກັບເຮືອນ ໂດຍທີ່ທາງໂຮງ

ໝໍ ຈະສົ່ງເຈົ້າໜ້າທີ່ມາຄອຍໃຫ້ຄຳປຶກສາ ແລະ ຈັດໃຫ້ເດັກຄົນດັ່ງກ່າວ ໄປກວດສຸຂະພາບຮ່າງກາຍໃນໂຮງໝໍ

ທີ່ມີເຄື່ອງມືການແພດທີ່ທັນສະໄໝຕໍ່ໄປ.

 

ກົດທີ່ນີ້ເພື່ອເບິ່ງຄຣິບ

 

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...