spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ວິໂກຕຳກັບຮູ່ນໄດແລະເຊັບໂລເລັກ ແລ້ວມາຕຳໜ້າຮ້ານຊີ້ນດາດ!

ວິໂກຕຳກັບຮູ່ນໄດແລະເຊັບໂລເລັກ ແລ້ວມາຕຳໜ້າຮ້ານຊີ້ນດາດ!

Published on

ວິໂກຕຳກັບຮູ່ນໄດແລະເຊັບໂລເລັກ ແລ້ວມາຕຳໜ້າຮ້ານຊີ້ນດາດ!
ເວລາປະມານ 23:30 ວັນທີ 23 ພຶດສະພາ 2014
ເກີດອຸບັດຕິເຫດ ທາງອາຊຽນ ລົດວິໂກ ສີດຳ ແລ່ນຈາກ ໄຟແດງທົ່ງຂັນຄຳ ໄປໜອງດ້ວງ, ເກີດເຫດ ຕຳກັບລົດ ອີກສອງຄັນ ເປັນລົດ ຮຸ່ນໄດ ແລະ ລົດ ເຊບໂລເຣັກ, ກ່ອນທີ່ລົດ ຄັນດັ່ງກ່າວ ຈະຕີນແຕກ ແລ້ວເຈີດ ໄປຕຳເອົາໜ້າຮ້ານ ຂອງຮ້ານອາຫານຊີ້ນດາດ ຂົວຫຼວງ.
ຈາກການລາຍງານຂອງຜູ້ເຫັນເຫດການ ແມ່ນບໍ່ມີໃຜໄດ້ຮັບບາດເຈັບສາຫັດ, ແຕ່ຜົນເສຍຫາຍຂອງລົດ ທັງສາມຄັນແມ່ນຫຼາຍສົມຄວນ. ສ່ວນການເສຍຫາຍຂອງທາງຮ້ານຊີ້ນດາດຂົວຫຼວງແມ່ນບໍ່ຫຼາຍປານໃດ.

ພາບແລະຂ່າວ: Siriphone Tina Phatthanak ແລະ Tee Noy

ທີ່ມາ https://www.facebook.com/tholakhong

ບົດຄວາມຫຼ້າສຸດ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ. ທ່ານ...

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025...

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...